ພິທີເລີ່ມລົງມືກໍ່ສ້າງໂຄງການແກ້ໄຂນ້ຳຖ້ວມຍ້ອນນ້ຳທະເລຂຶ້ນສູງເຂດນະຄອນໂຮ່ຈິມິນ

ພິທີເລີ່ມລົງມືກໍ່ສ້າງໂຄງການແກ້ໄຂນ້ຳຖ້ວມຍ້ອນນ້ຳທະເລຂຶ້ນສູງເຂດນະຄອນໂຮ່ຈິມິນ - ảnh 1
(ພິ​ທີເລີ່ມ​ລົງ​ມືກໍ່​ສ້າງ​ໂຄງ​ການ​ແກ້​ໄຂ​ນຳ​້​ຖ້ວມ
ຍ້ອນນ​້ຳ​ທະ​ເລ​ຂຶ້ນ​ສູງ​ ເຂດ​ນະ​ຄອນ​ໂຮ່​ຈິ​ມິນ)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 26/06, ຢູ່​ທ່າ​ກ່ຳ​ປັ່ນ Lotus, ເມືອງ 7, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ ແລະ ກຸ່ມບໍ​ລິ​ສັດ​ ຈຸງ​ນາມ ໄດ້​ເລີ່ມ​ລົງ​ມືກໍ່​ສ້າງ​ໂຄງ​ການ​ແກ້​ໄຂ​ນຳ​້​ຖ້ວມຍ້ອນນ​້ຳ​ທະ​ເລ​ຂຶ້ນ​ສູງ​ ເຂດ​ນະ​ຄອນ​ໂຮ່​ຈິ​ມິນ ທີ່​ຄິດ​ໄລ່​ເຖິງ​ປັດ​ໃຈ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ (ໄລ​ຍະ 1). ໂຄງ​ການ​ມີ​ຍອດ​ເງິນ​ລົງ​ທຶນ​ເກືອບ 10.000 ຕື້​ດົງ, ຄາດ​ວ່າ​ຈະ​ກໍ່​ສ້າງ​ເປັນ​ເວ​ລາ 36 ເດືອນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ, ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ.

        “ສຳ​ລັບ​ໂຄງ​ການກ່ຽວ​ຂ້ອງ​ເຖິງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ນ້ຳ​ທະ​ເລ​ຂຶ້ນ​ສູງ​ຂອງ​ປະ​ເທດ​ເຮົາ, ບັ​ນ​ຫາ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ, ທີ່​ກ່​ຽ​ວ​ຂ້ອງ​ເຖິງ​ການ​ສຳ​ຫຼ​ວດ, ອອກ​ແບບ​ໂຄງ​ການ​ແມ່ນ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ. ສະ​ນັ້ນ, ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ບັນ​ດາ​​ສະ​ຫາຍນະ​ຄອນ​ໂຮ່​ຈິ​ມິນ, ​ອອກ​ແບບ, ​ໃຫ້​ຄຳປຶກ​ສາ, ຕິດ​ຕາມກວດ​ກາ​ສືບ​ຕໍ່​ເຮັດ​ແຈ້ງ​ການ​ວາງ​ແຜນ​ສັງ​ລວ​ມ, ອັບ​ເດັດ​ຂໍ້​ມ​ູນ​ທ​ີ່​ຈຳ​ເປັນ. ທີ່ 2 ແມ່ນ​ສືບ​ຕໍ່ເຊີນ​ບັນ​ດາ​ນັກ​ຊ່ຽວ​ຊານ, ນັກ​ວິ​ທະ​ຍາ​ສາດ​ປະ​ຕິ​ບັດ​ບັນ​ດາ​ບາດ​ກ້າວ​ທີ່​ຈຳ​ເປັນ”.

        ກ່ອ​ນ​ໜ້ານັ້ນ, ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່າ​​ນນາ​ຍົກ​ລັດຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ​ໂຮງ​ໝໍກ້ອນ​ເບົ້າ​ນະ​ຄອນ​ໂຮ່​ຈິ​ມິນ ຮາກ​ຖານ 2 ຢູ່​ເມືອງ 9, ນະ​ຄອນ​ໂຮ່​ຈິ​ມິນ.

ຂ່າວ/ບົດ​ອື່ນ