ພິທີໄຂງານມະຫາກຳກິລາເຂດທົ່ງພຽງແມ່ນ້ຳຂອງຕອນພາກໃຕ້ຫວຽດນາມຄັ້ງທີ 9 ແລະ ງານແຂ່ງຂັນກິລາແລ່ນມາຣາທອນສາກົນ “Vietcombank Mekong Delta” ເຫົ້າຢາງຄັ້ງທີ 4

(VOVWORLD) -ຕອນຄ່ຳວັນທີ 15 ກໍລະກົດນີ້, ຢູ່ນະຄອນວີແທ່ງ, ແຂວງເຫົ້າຢາງ ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວໄດ້ຈັດພິທີເປີດງານມະຫາກຳກິລາເຂດທົ່ງພຽງແມ່ນ້ຳຂອງຕອນພາກໃຕ້ຫວຽດນາມຄັ້ງທີ 9 ແລະ ງານກິລາແລ່ນມາຣາທອນສາກົນ “Vietcombank Mekong Delta” ເຫົ້າຢາງຄັ້ງທີ ປີ 2023.
ພິທີໄຂງານມະຫາກຳກິລາເຂດທົ່ງພຽງແມ່ນ້ຳຂອງຕອນພາກໃຕ້ຫວຽດນາມຄັ້ງທີ 9 ແລະ ງານແຂ່ງຂັນກິລາແລ່ນມາຣາທອນສາກົນ “Vietcombank Mekong Delta” ເຫົ້າຢາງຄັ້ງທີ 4 - ảnh 1ພິທີໄຂງານມະຫາກຳກິລາເຂດທົ່ງພຽງແມ່ນ້ຳຂອງຕອນພາກໃຕ້ຫວຽດນາມຄັ້ງທີ 9 

      ງານມະຫາກຳກິລາເຂດທົ່ງພຽງແມ່ນ້ຳຂອງຕອນພາກໃຕ້ຫວຽດນາມຄັ້ງທີ 9 ໄດ້ໄຂຂຶ້ນຢູ່ແຂວງ ເຫົ້າຢາງ ແລະ 9 ແຂວງ, ນະຄອນໃນຂົງເຂດ ດ້ວຍຫົວຂໍ້ວ່າ “ກິລາຂຶ້ນສູ່ລະດັບສູງ”. ນັກກິລາຫຼາຍກວ່າ 2.200 ຄົນ ຈະແຂ່ງຂັນໃນ 27 ປະເພດກິລາ. ມີຫຼາຍກວ່າ 3,600 ຫຼຽນລາງວັນຈະຖືກມອບໃນແຂ່ງຂັນກິລາຄັ້ງນີ້.

    ງານແລ່ນມາຣາທອນສາກົນ “Vietcombank Mekong Delta” ເຫົ້າຢາງຄັ້ງທີ 4 ປີ 2023 ໄດ້ດຶງດູດການເຂົ້າຮ່ວມຂອງນັກກິລາຫຼາຍກວ່າ 9.000 ຄົນ ດ້ວຍ 6 ໄລຍະທາງແຂ່ງຂັນຄື: 5 ກິໂລແມັດ, 10 ກິໂລແມັດ, 21 ກິໂລແມັດແລະ 42 ກິໂລແມັດຕາມມາດຕະຖານສາກົນ. ມີນັກກິລາສາກົນທີ່ມາຈາກ 4 ປະເທດ: ຝຣັ່ງ, ຍີ່ປຸ່ນ ແລະ ສິງກະໂປ. 

ຕອບກັບ

ຂ່າວ/ບົດ​ອື່ນ