ພິ​ທີ​ໄວ້​ອາ​ໄລ​, ມອບ-ຮັບອັດ​ຖິ​ທະ​ຫານ​ອາ​ສາ​ສະ​ໝັກ, ນັກຊ່ຽວ​ຊານ ຫວຽດ​ນາມ ​ທີ່​ເສຍ​ສະຫຼະ​ຊີ​ວິດຢູ່​ລາວກັບ​ເມືອ​ປະ​ເທດ

(VOVWORLD) - ນັບແຕ່ປີ 1999 ມາຮອດປັດຈຸບັນ, ຄະນະປະຕິບັດງານພິເສດແຂວງ ຮ່າຕິງ ຫວຽດນາມ ໄດ້ສົມທົບກັບຄະນະປະຕິບັດງານພິເສດນະຄອນຫຼວງ ວຽງຈັນ, ແຂວງ ບໍລິຄຳໄຊ, ແຂວງວຽງຈັນ, ຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມ ອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດ ຢູ່ ລາວໄດ້ 769 ຊຸດ.
ພິ​ທີ​ໄວ້​ອາ​ໄລ​, ມອບ-ຮັບອັດ​ຖິ​ທະ​ຫານ​ອາ​ສາ​ສະ​ໝັກ, ນັກຊ່ຽວ​ຊານ ຫວຽດ​ນາມ ​ທີ່​ເສຍ​ສະຫຼະ​ຊີ​ວິດຢູ່​ລາວກັບ​ເມືອ​ປະ​ເທດ - ảnh 1ການນຳແຂວງຮ່າຕິງ ແລະ ນະຄອນຫຼວງ ວຽກຈັນ ມອບເອກະສານບັນທຶກການມອບ-ຮັບອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ

ໃນລະຫວ່າງວັນທີ  7 – 8 ພຶດສະພາ, ຄະນະປະຕິບັດງານພິເສດນະຄອນຫຼວງວຽງຈັນ ແລະ ແຂວງບໍລິຄຳໄຊ, ປະເທດລາວໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ມອບ-ຮັບອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ 7 ຊຸດທີ່ເສຍສະຫຼະຊີວິດ ເມື່ອປະຕິບັດໜ້າທີ່ ສາກົນຢູ່ລາວ ກັບເມືອປະເທດ.

ພິ​ທີ​ໄວ້​ອາ​ໄລ​, ມອບ-ຮັບອັດ​ຖິ​ທະ​ຫານ​ອາ​ສາ​ສະ​ໝັກ, ນັກຊ່ຽວ​ຊານ ຫວຽດ​ນາມ ​ທີ່​ເສຍ​ສະຫຼະ​ຊີ​ວິດຢູ່​ລາວກັບ​ເມືອ​ປະ​ເທດ - ảnh 2 ການນຳນະຄອນຫລວງ ວຽງຈັນ ໄວ້ອາໄລດວງວິນຍານທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດ

    ນັບແຕ່ປີ 1999 ມາຮອດປັດຈຸບັນ, ຄະນະປະຕິບັດງານພິເສດແຂວງ ຮ່າຕິງ ຫວຽດນາມ ໄດ້ສົມທົບກັບຄະນະປະຕິບັດງານພິເສດນະຄອນຫຼວງ ວຽງຈັນ, ແຂວງ ບໍລິຄຳໄຊ, ແຂວງວຽງຈັນ, ຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມ ອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດ ຢູ່ ລາວໄດ້ 769 ຊຸດ. ສະເພາະການທ້ອນໂຮມນັບແຕ່ເດືອນກຸມພາ - ເມສາ ຂອງປີນີ້, ສາມາດທ້ອນໂຮມໄດ້ອັດຖິ 7 ຊຸດຢູ່ນະຄອນຫຼວງ ວຽງຈັນ ແລະ ແຂວງບໍລິຄຳໄຊ ແລະ ໄດ້ນຳມາປົງຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງຮ່າຕິງ.

ຕອບກັບ

ຂ່າວ/ບົດ​ອື່ນ