ພິ​ທີ​ໄວ້​ອາ​ໄລ ແລະ ປົງ​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊ​າດຢູ່​ສະ​ໜ​າມ​ຮົບ ລາວ

(VOVWORLD) -   ໃນທ່າມກາງບັນຍາກາດທີ່ເຄັ່ງຂຶມ, ສົມກຽດ ແລະ ເຕັມໄປດ້ວຍຄວາມຕື້ນຕັນໃຈ,ບັນດາຜູ້ແທນພ້ອມກັບປະຊາຊົນຈຳນວນຫຼວງຫຼາຍໄດ້ວາງພວງມາລາ, ຈຸດທູບເພື່ອໄວ້ອາໄລ, ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ສົ່ງດວງວິນຍານຂອງບັນດາທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ກັບເມືອປິຕຸພູມບ້ານເກີດເມືອງນອນ.
ພິ​ທີ​ໄວ້​ອາ​ໄລ ແລະ ປົງ​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊ​າດຢູ່​ສະ​ໜ​າມ​ຮົບ ລາວ - ảnh 1ບັນດາຜູ້ແທນພ້ອມກັບປະຊາຊົນຈຳນວນຫຼວງຫຼາຍໄດ້ສົ່ງດວງວິນຍານຂອງບັນດາທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ກັບເມືອປິຕຸພູມບ້ານເກີດເມືອງນອນ (ພາບ: ຫວໍຢູງ/TTXVN) 

ຕອນເຊົ້າວັນທີ 9 ພຶດສະພາ, ຢູ່ສຸສານທະຫານເສຍສະຫຼະຊີວິດເພື່ອຊາດ ບາຢົ໊ກ, ແຂວງ ກວ໋າງບີ່ງ, ຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ສະໜາມຮົບ ລາວ ກັບເມືອປະເທດ. ເຂົ້າຮ່ວມພິທີດັ່ງກ່າວມີຜູ້ຕາງໜ້າຂອງການນຳກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ການນຳແຂວງ ກວ໋າງບີ່ງ ແລະ ແຂວງຄຳມ່ວນ (ປະເທດ ລາວ). ນີ້ແມ່ນຄັ້ງທີ 40, ທາງແຂວງກວ໋າງບີ່ງໄດ້ຮັບ, ຈັດພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ສະໜາມຮົບລາວກັບເມືອປະເທດ.

        ໃນລະດູແລ້ງ 2018 -2019, ກຸ່ມທ້ອນໂຮມ 589 (ຂຶ້ນກັບກອງບັນຊາການທະຫານແຂວງ ກວ໋າງບີ່ງ)ໄດ້ຊອກຫາ, ຂຸດຄົ້ນອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ໃນການຕໍ່ສູ້ຕ້ານ ລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດອາເມລິກາ ໄດ້ 17 ຊຸດ.

        ໃນທ່າມກາງບັນຍາກາດທີ່ເຄັ່ງຂຶມ, ສົມກຽດ ແລະ ເຕັມໄປດ້ວຍຄວາມຕື້ນຕັນໃຈ,ບັນດາຜູ້ແທນພ້ອມກັບປະຊາຊົນຈຳນວນຫຼວງຫຼາຍໄດ້ວາງພວງມາລາ, ຈຸດທູບເພື່ອໄວ້ອາໄລ, ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ສົ່ງດວງວິນຍານຂອງບັນດາທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ກັບເມືອປິຕຸພູມບ້ານເກີດເມືອງນອນ.

ຕອບກັບ

ຂ່າວ/ບົດ​ອື່ນ