ພົບເຫັນກໍລະນີຕິດເຊື້ອໄວຣັດZikaຢູ່ສິງກະໂປຕື່ມອີກ

ພົບເຫັນກໍລະນີຕິດເຊື້ອໄວຣັດZikaຢູ່ສິງກະໂປຕື່ມອີກ - ảnh 1
ພາບປະກອບ

(vovworld) – ວັນ​ທີ 19/9, ອົງການ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ (NEA) ສິງກະ​ໂປ ​​ໃຫ້​ຮູ້​ວ່າ, ມີ​ 12 ກໍ​ລະນີ ​ຕິດ​​ເຊື້ອໄວຣັດ Zika ຕື່ມ​ອີກ​ໃນ​ທ້າຍ​ອາທິດ​ຜ່ານ​ມາ, ຍົກຍອດ​ຈຳນວນ​ກໍ​ລະ​ນີຕິ​ດເຊື້ອ​ໄວ​ຣັດ Zika ຢູ່​ປະ​ເທດ​ນີ້ຂຶ້ນ​ເຖິງ  381 ຄົນ. ຕາມ​ແຫຼ່ງຂ່າວ​​ໃນ​​ເວັບ​ໄຊ​ຂອງ NEA ​ແລ້ວ ບໍ່​ມີ​ກໍລະນີ​ຕິດ​ເຊື້ອ​ໄວ​ລັດ​ໃໝ່​ໃນ​ວັນ​ທີ 19/9. ປະຈຸ​ບັນ​ມີ 9 ​ເຂດ​ໄດ້ຮັບ​ການ​ຢັ້ງຢືນ​ວ່າ ມີ​ເຊື້ອ​ໄວຣັດ Zika ​ແຜ່​ລາມ​ຢູ່​ສິງກະ​ໂປ. ກະຊວງ​ສາທາລະນະ​ສຸກ​ສິງກະ​ໂປ ​ໄດ້​ຮຽກຮ້ອງ​ໃຫ້​ແມ່ຍິງ​ທີ່​ຖືພາ​ທຸກ​ຄົນ​ທີ່ມີ​ອາການ​ຕິດ​ເຊື້ອ​ໄວ​ລັດ Zika ຄື​ເປັນ​ໄຂ້ ​ແລະ ອອກ​ຕຸ່ມກໍ່​ຄື​ບັນດາ​ແມ່ຍິງ​ທີ່​ໄດ້​ສ້າງ​ຄອບຄົວທີ່ມີຜົນ​ແຫ່ງ​ການ​ວິ​ເຄາະ​ເປັນ​ບວກຕ້ອງດຳ​ເນີນວິເຄາະບໍ່ວ່າເຂົາເຈົ້າຈະ​ຢູ່​ໃນເຂດຕິດເຊື້ອໄວຣັດ Zika ຫຼົບ. ປະຈຸ​ບັນ, ບັນດາ​ນັກວິທະຍາສາດ​ຍັງ​ບໍ່​ທັນ​ຜະລິດ​ໄດ້​ວັກ​ຊີ​ນປ້ອງ​ກັນ, ຕ້ານ​​ເຊື້ອໄວຣັດ Zika ຫຼື ຢາ​ປິ່ນປົວ​ເທື່ອ.


ຂ່າວ/ບົດ​ອື່ນ