ພ້ອມ​ແລ້ວ​ທີ່​ຈະ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ຄວບ​ຄູ່​ພາຍຫຼັງການ​ແຍກ​ຫ່າງ​ໃນ​ສັງ​ຄົມ

(VOVWORLD) -ເພື່ອປະຕິບັດ “ເປົ້າໝາຍຄວບຄູ່” ນັ້ນແມ່ນທັງປ້ອງກັນ, ສະກັດກັ້ນໂລກລະບາດ, ທັງພັດທະນາເສດຖະກິດ - ສັງຄົມ, ບາງນະຄອນ, ແຂວງໄດ້ສະເໜີໃຫ້ມີອະນຸຍາດພາຍໃນ ຕໍ່ບາງຂົງເຂດ ເປັນຕົ້ນແມ່ນເຂດທີ່ມີການ ດຳເນີນທຸລະກິດ, ຮາກຖານພັກອາໄສ, ບັນດາສະຖານທີ່ທ່ອງທ່ຽວ, ການບໍລິການກິນດື່ມກັບຄືນສູ່ການເຄື່ອນໄຫວ…ຕາມທິດມີການຄວບຄຸມຢ່າງເຂັ້ມງວດ. 
ພ້ອມ​ແລ້ວ​ທີ່​ຈະ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ຄວບ​ຄູ່​ພາຍຫຼັງການ​ແຍກ​ຫ່າງ​ໃນ​ສັງ​ຄົມ - ảnh 1ທ່ານ ຫງວຽນດຶກຈຸງ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ 

ກ່າວຄຳເຫັນທີ່ກອງປະຊຸມຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຂອງນະຄອນ ຮ່າໂນ້ຍ ໃນຕອນບ່າຍວັນທີ 22 ເມສາ, ທ່ານ ຫງວຽນດຶກຈຸງ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍໃຫ້ຮູ້ວ່າ

ເລີ່ມແຕ່ ເວລາ 00 ໂມງ 00 ນາທີ ຂອງວັນທີ 23 ເມສາ 2020 ຄ່ອຍໆປະບັດການໂຍະຍານບັນດາການເຄື່ອນໄຫວທາງດ້ານເສດຖະກິດຄືນໃໝ່, ແຕ່ວ່າບາງບໍລິການສືບຕໍ່ຖືກຫ້າມຄື: ຮ້ານ Bar, ຮ້ານ Karaoke, ຮ້ານອົບນວດ, ຮ້ານເກມ, …ບັນດາຜູ້ທີ່ບໍ່ໃສ່ຜ້າອັດປາ - ດັງ, ຜູ້ທີ່ເຕົ້າໂຮມຫຼາຍຄົນ ສືບຕໍ່ຖືກປັບໄໝ. ເມື່ອເຂົ້າຮ່ວມການຈະລາຈອນ, ບັນດາຜູ້ຂັບຂີ່ລົດຈັກຕ້ອງຮັກສາໄລຍະຫ່າງທີ່ປອດໄພ.

ເພື່ອປະຕິບັດ “ເປົ້າໝາຍຄວບຄູ່” ນັ້ນແມ່ນທັງປ້ອງກັນ, ສະກັດກັ້ນໂລກລະບາດ, ທັງພັດທະນາເສດຖະກິດ - ສັງຄົມ, ບາງນະຄອນ, ແຂວງໄດ້ສະເໜີໃຫ້ມີອະນຸຍາດພາຍໃນ ຕໍ່ບາງຂົງເຂດ ເປັນຕົ້ນແມ່ນເຂດທີ່ມີການ ດຳເນີນທຸລະກິດ, ຮາກຖານພັກອາໄສ, ບັນດາສະຖານທີ່ທ່ອງທ່ຽວ, ການບໍລິການກິນດື່ມກັບຄືນສູ່ການເຄື່ອນໄຫວ…ຕາມທິດມີການຄວບຄຸມຢ່າງເຂັ້ມງວດ. ຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແຫ່ງຊາດ ກໍ່ສະເໜີໃຫ້ບັນດາແຂວງປະຕິບັດ 4 ເປົ້າໝາຍປອດໄພໃຫ້ເປັນຢ່າງດີນັ້ນແມ່ນ: ການຜະລິດດຳເນີນທຸລະກິດ, ການເດີນທາງໄປມາ, ໄປໂຮງຮຽນ ແລະ ກວດ, ປິ່ນປົວພະຍາດຢ່າງປອດໄພ. ພິເສດ ມີຫຼາຍນະຄອນ, ແຂວງທີ່ຢູ່ໃນກຸ່ມຄວາມສ່ຽງຕ່ຳຈະກັບຄືນເຂົ້າສູ່ການຜະລິດ ແລະ ດຳເນີນທຸລະກິດຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ