ພະເຈົ້າຈັກກະພັດຍີ່ປຸ່ນAkihitoສະແດງຄວາມພາດພູມໃຈຕໍ່ການພັດທະນາການພົວພັນຫວຽດນາມ-ຍີ່ປຸ່ນ

ພະເຈົ້າຈັກກະພັດຍີ່ປຸ່ນAkihitoສະແດງຄວາມພາດພູມໃຈຕໍ່ການພັດທະນາການພົວພັນຫວຽດນາມ-ຍີ່ປຸ່ນ - ảnh 1

ພະ​ເຈົ້າ​ຈັກກະພັດ​ ຍີ່ປຸ່ນ Akihito
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 31/7, ທີ່ລາດຊະ​ວັງ ຢູ່​ໃຈກາງ​ນະຄອນຫລວງ ​ໂຕ​ກຽວ ປະ​ເທດ ຍີ່ປຸ່ນ, ທ່ານ​ ຫງວຽນ​ກວກ​​ເກື່ອງ ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ຫວຽດນາມ ປະຈຳ ຍີ່ປຸ່ນ ​ໄດ້​​ເຂົ້າຍືນ​ສານ​ຕາ​ຕັ້ງ​ຕໍ່​ພະ​ເຈົ້າ​ຈັກກະພັດ ຍີ່ປຸ່ນ. ທີ່​ພິທີ​ຍືນ​ສານ​ຕາ​ຕັ້ງ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້ສົ່ງ​ຄຳ​ຢ້ຽມຢາມ​ຖາມ​ຂ່າວ​ຂອງ​ປະທານ​ປະ​ເທດ ​ແລະ ການ​ນຳ​ຂັ້ນ​ສູງ​ຕ່າງໆ​ຂອງ​ ຫວຽດນາມ ​ເຖິງ ພະ​ເຈົ້າ​ຈັກກະພັດ ຍີ່ປຸ່ນ ​ແລະ ພະມະ​ເຫ​ສີ ຍີ່ປຸ່ນ. ທ່ານ​ເອກ​ອັກຄະ​ລັດຖະທູດ ຢືນຢັນ​ວ່າ: ພັກ, ລັດ ​ແລະ ປະຊາ​ຊົນ ຫວຽດນາມ ຖື ຍີ່ປຸ່ນ ​ເປັນ​ຄູ່​ຮ່ວມ​ມືພັດທະນາ​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ ສະ​ແດງ​ຄວາມເປັນ​ກຽດ​ເມື່ອ​ໄດ້​ຮັບ​ໜ້າ​ທີ່ຢູ່ ຍີ່ປຸ່ນ ​ແລະ ​ແຈ້ງ​ໃຫ້​ຊາບຈຸດ​ສຸມ​ໃນ​ອາ​ຍຸ​ການຂອງ​ຕົນ ​ແມ່ນ​ປະກອບສ່ວນ​ຊຸກ​ຍູ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ​,ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ ​ແລະ ສະຖຽນ​ລະ​ພາບ. ພະ​ເຈົ້າ​ຈັກກະພັດ Akihito ​ໄດ້ສົ່ງ​ຄຳ​ຢ້ຽ​ມຢາມ​ຖາມ​ຂ່າວ ​ແລະ ຂອບ​ອົກ​ຂອບ​ໃຈ ​ເຖິງ​ປະທານ​ປະ​ເທດ ​ແລະ ການ​ນຳ ຫວຽດນາມ. ພະ​ເຈົ້າ​ຈັກກະພັດ ຍີ່ປຸ່ນ ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່ໜ້າ​ການ​ພົວພັນ 2 ປະ​ເທດ​ພວມ​ພັດທະນາ​ຢ່າງ​​ແຂງ​ທີ່​ສຸດ​ໃນ​ທຸກ​ຂົງ​ເຂດ, ​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ