ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າຮ່ວມລາຍການ “ລະດູບານໃໝ່ຢູ່ບ້ານເກີດເມືອງນອນ” ປີ 2024 ຢູ່ນະຄອນໂຮ່ຈີມິນ

(VOVWORLD) - ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ສົມທົບກັບຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ຈັດຕັ້ງ ລາຍການ “ລະດູບານໃໝ່ຢູ່ບ້ານເກີດເມືອງນອນ”...
ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າຮ່ວມລາຍການ “ລະດູບານໃໝ່ຢູ່ບ້ານເກີດເມືອງນອນ” ປີ 2024 ຢູ່ນະຄອນໂຮ່ຈີມິນ - ảnh 1ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ທີ່ການປະຊຸມຖະແຫຼງຂ່າວ
(ພາບ: VOV)

ຕອນເຊົ້າວັນທີ 15 ມັງກອນ, ຢູ່ນະຄອນ ໂຮ່ຈີມິນ, ໄດ້ດຳເນີນການປະຊຸມຖະແຫຼງຂ່າວປະກາດກ່ຽວກັບລາຍການ “ລະດູບານໃໝ່ຢູ່ບ້ານເກີດເມືອງນອນ” ປີ 2024, ດ້ວຍການເປັນປະທານຂອງທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ.

        ປີນີ້, ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ສົມທົບກັບຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ຈັດຕັ້ງ ລາຍການ “ລະດູບານໃໝ່ຢູ່ບ້ານເກີດເມືອງນອນ” ດ້ວຍການເຂົ້າຮ່ວມຂອງແຂກຖືກເຊີນປະມານ 3.000 ຄົນ. ລາຍການຈັດຂຶ້ນໃນລະຫວ່າງວັນທີ 1 – 2 ກຸມພາ 2024 (ກົງກັບວັນທີ 22 – 23 ເດືອນ 12 ປີແມວ) ດ້ວຍບັນດາເນື້ອໃນອຸດົມສົມບຸນ.

        ໃນຂອບເຂດລາຍການ “ລະດູບານໃໝ່ຢູ່ບ້ານເກີດເມືອງນອນ” 2024, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ ເປັນປະທານບາງການເຄື່ອນໄຫວມີຄວາມໝາຍ ພ້ອມກັບພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ…. ທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ, ເນັ້ນໜັກວ່າ:

        “ນີ້ແມ່ນແຫຼ່ງລະດົມກຳລັງໃຈແກ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ໂຮ່ຈີມິນ. ນະຄອນ ກໍ່ຖືນີ້ແມ່ນວິທີເພື່ອແຈ້ງຂ່າວເຖິງພໍ່ແມ່ປະຊາຊົນ ຫວຽດນາມ ຢູ່ທຸກແຖບຖິ່ນໃນໂລກໃຫ້ມີຄວາມເຂົ້າໃຈກ່ວາ, ສະໜັບສະໜູນ, ສືບຕໍ່ເອົາໃຈໃສ່, ລົງທຶນ, ພັດທະນາເສດຖະກິດ, ສັງຄົມນະຄອນ ໂຮ່ຈີມິນ ແລະ ທົ່ວປະເທດ”.

ຕອບກັບ

ຂ່າວ/ບົດ​ອື່ນ