ຟິມ​ໂຄ​ສະ​ນາ​ກ່ຽວ​ກັບ​ຮ່າ​ໂນ້ຍ​ຢູ່​ໃນ​ຊ່ອງໂທ​ລະ​ພາບ CNN ດຶງ​ດູດ​ຜູ້​ຊົມ​ສາ​ກົນ

(VOVWORLD) - ວັນທີ 28 ກັນຍາ, ພະແນກການທ່ອງທ່ຽວນະຄອນຫຼວງຮ່າໂນ້ຍ ໃຫ້ຮູ້ວ່າ: ໂດຍເລີ່ມແຕ່ວັນທີ 3 ມິຖຸນາຮອດທ້າຍເດືອນສິງຫາ, ຊ່ອງໂທລະພາບ CNN ຂອງອາເມລິກາ ໄດ້ອອກອາກາດຟິມໂຄສະນາ 2 ເລື່ອງກ່ຽວກັບຮ່າໂນ້ຍ
ຟິມ​ໂຄ​ສະ​ນາ​ກ່ຽວ​ກັບ​ຮ່າ​ໂນ້ຍ​ຢູ່​ໃນ​ຊ່ອງໂທ​ລະ​ພາບ CNN ດຶງ​ດູດ​ຜູ້​ຊົມ​ສາ​ກົນ - ảnh 1

ຄັດຈາກຟິມ “ຮ່າໂນ້ຍ-ອູ່ແຫ່ງມໍລະດົກ”

 (ພາບ:TTXVN)

   ຟິມໂຄສະນາ 2 ເລື່ອງດັ່ງກ່າວມີຄວາມຍາວ 30 ວິນາທີ, ລວມມີ “ຮ່າໂນ້ຍ-ອູ່ແຫ່ງມໍລະດົກ” ແລະ “ຮ່າໂນ້ຍ-ໝາກຫົວໃຈຂອງຫວຽດນາມ” ດ້ວຍກ່ວາ 700 ເທື່ອ. ພ້ອມກັນນັ້ນ CNN ຍັງໄດ້ອອກອາກາດຟິມໂຄສະນາເລື່ອງຕ່າງໆທີ່ມີຄວາມຍາວ 60 ວິນາທີ, ຄື: “ບັນດາບຸກຄົນປົກປັກຮັກສາຮ່າໂນ້ຍ”; “5 ເຫດຜົນເພື່ອຮັກຫວຽດນາມ”; “ຍາມພັກ 60 ວິນາທີ”. ຄຽງຂ້າງນັ້ນ, CNN ຈະສືບຕໍ່ໂຄສະນາຮ່າໂນ້ຍ ແລະ ຫວຽດນາມ ໃນເວັບໄຊສະເພາະການທ່ອງທ່ຽວ. ເນື້ອໃນ, ຄຸນນະພາບບັນດາລາຍການ, ຟິມໂຄສະນາກ່ຽວກັບຮ່າໂນ້ຍ ໂດຍ CNN ຜະລິດ ແລະ ອອກອາກາດ ສືບຕໍ່ດຶງດູດຄວາມສົນໃຈຈາກຜູ້ຊົມ, ແຂກທ່ອງທ່ຽວໃນໂລກ ຊື່ງໄດ້ສ້າງຄວາມປະທັບໃຈອັນດີງາມກ່ຽວກັບພາບພົດຂອງນະຄອນຫຼວງຮ່າໂນ້ຍ ແລະ ປະເທດຊາດຫວຽດນາມ, ປະກອບສ່ວນເພີ່ມທະວີຈຳນວນແຂກທ່ອງທ່ຽວສາກົນມາທ່ອງທ່ຽວຢູ່ຮ່າໂນ້ຍ ແລະ ຫວຽດນາມ ຕື່ມອີກ.

 

ຕອບກັບ

ຂ່າວ/ບົດ​ອື່ນ