ມີ 16 ຄະນະສາກົນຮັບຄຳເຊີນເຂົ້າຮ່ວມງານມະໂຫລານສາກົນມວຍພື້ນເມືອງ ຫວຽດນາມ ຄັ້ງທີ 8 - ບິ່ງດິ້ງ

(VOVWORLD) - ມາຮອດປະຈຸບັນ ມີ 16 ຄະນະທີ່ມາຈາກບັນດາປະເທດ ອາເມລິກາ, ຝລັ່ງ, ລັດເຊຍ, ສະວິດ, ມາຣົກ… ຈົດທະບຽນເຂົ້າຮ່ວມ
ມີ 16 ຄະນະສາກົນຮັບຄຳເຊີນເຂົ້າຮ່ວມງານມະໂຫລານສາກົນມວຍພື້ນເມືອງ ຫວຽດນາມ ຄັ້ງທີ 8 - ບິ່ງດິ້ງ - ảnh 1ງານມະໂຫລານສາກົນ ມວຍພື້ນເມືອງ ຫວຽດນາມ ຄັ້ງທີ 8 - ບິ່ງດິ້ງ, ເຊິ່ງຈະຈັດຂຶ້ນແຕ່ວັນທີ 02 – 05 ສິງຫາ
(ພາບປະກອບ: ຢ້ວານກົງ)

ວັນທີ 27 ກໍລະກົດ, ພະແນກວັດທະນະທຳ ແລະ ກິລາແຂວງ ບິ່ງດິ້ງ ໃຫ້ຮູ້ວ່າ, ມາຮອດປະຈຸບັນ ມີ 16 ຄະນະທີ່ມາຈາກບັນດາປະເທດ ອາເມລິກາ, ຝລັ່ງ, ລັດເຊຍ, ສະວິດ, ມາຣົກ… ຈົດທະບຽນເຂົ້າຮ່ວມງານມະໂຫລານສາກົນ ມວຍພື້ນເມືອງ ຫວຽດນາມ ຄັ້ງທີ 8 - ບິ່ງດິ້ງ, ເຊິ່ງຈະຈັດຂຶ້ນແຕ່ວັນທີ 02 – 05 ສິງຫາ. ດ້ວຍຈຸດພົ້ນເດັ່ນແມ່ນລາຍການສະແດງສິລະປະດ້ວຍຫົວຂໍ້ “ມວຍພື້ນເມືອງ ຫວຽດນາມ - ຄວາມຄາດຫວັງບືນຕົວໄປໄກ” ດ້ວຍການເຂົ້າຮ່ວມຂອງອາຈານ ແລະ ລູກສິດມວຍ ແລະ ບັນດານັກຮ້ອງ, ນັກສິລະປິນດີເດັ່ນ, ນັກສິລະປະການ, ນັກສະແດງຂອງແຂວງ ບິ່ງດິ້ງ, ພ້ອມກັບຄະນະນັກມວຍຢູ່ພາຍໃນປະເທດ ແລະ ສາກົນ.

ພາຍຫຼັງພິທີໄຂ, ໃນວັນທີ 03 – 04 ສິງຫາ, ຄະນະຈັດຕັ້ງງານມະໂຫລານ ຍັງຈັດກອງປະຊຸມສຳມະນາເພື່ອປຶກສາຫາລືບັນດາມາດຕະການຍູ້ແຮງການພັດທະນາ ມວຍພື້ນເມືອງ ຫວຽດນາມ ຮອດປີ 2030.

ຕອບກັບ

ຂ່າວ/ບົດ​ອື່ນ