ມີ12ຫົວໜ່ວຍປຸງແຕ່ງປາໜັງຂອງຫວຽດນາມຕື່ມອີກໄດ້ສົ່ງອອກອາເມລິກາ

ມີ12ຫົວໜ່ວຍປຸງແຕ່ງປາໜັງຂອງຫວຽດນາມຕື່ມອີກໄດ້ສົ່ງອອກອາເມລິກາ - ảnh 1
ພາບປະກອບຈາກ ມິງຈີ໋/ສຳນັກຂ່າວສານຫວຽດນາມ

(vovworld) – ອົງການ​ກວ​​​ດກາ ​ແລະ ຄວາມ​ປອ​ດ​ໄພ​ໄມ​ດ້ານ​ອາຫານ (ກະຊວງ​ກະສິກຳ ອາ​ເມ​ລິ​ກາ) ຫາ​ກໍ່​​ເຫັນ​ດີເພີ່ມ​ 12 ຫົວໜ່ວຍ​ຂອງ ຫວຽດນາມ ​ຕື່ມ​ອີກເຂົ້າ​ບັນຊີ​ລາຍ​ຊື່​ບັນດາ​ຫົວໜ່ວຍ​ປຸງ​ແຕ່ງ​ປາ​ໜັງ ທີ່​ໄດ້​ຮັບອະນຸຍາດ​ສົ່ງອອກ​ຕະຫຼາດ ອາ​ເມ​ລິ​ກາ, ຍົກ​ຍອດ​ຈຳນວນ​ ​ຫົວໜ່ວຍ​ໄດ້​ຮັບ​ອະນຸຍາດ​ສົ່ງ​ອອກ​ປາ​ໜັງ​ເຂົ້າ ອາ​ເມ​ລິ​ກາ  ​ຂຶ້ນ 57 ຫົວໜ່ວຍ. ຕໍ່ໜ້າ​ຂ້ໍ​ມູນ​ຂ່າວ​ນີ້, ກົມ​ຄຸ້ມ​ຄອງ​ຄຸນ​ນະພາ​ບຜະລິດ​ຕະພັນ​ກະ​ເສດ ​​ເຄື່ອງ​ປ່າ​ຂອງ​ດົ່ງ ​ແລະ ສິນ​ໃນ​ນຳ້ ຫວຽດນາມ ຮຽກຮ້ອງ​​ໃຫ້​ບັນດາ​ວິ​ສາ​ຫະກິດ​ທີ່ຫາ​ກໍ່​ໄດ້​ຮັບ​ການ​ເພີ່ມ​ເຕີມເຂົ້າ​ບັນຊີ​ລາຍ​ຊື່​ດັ່ງກ່າວ​ເປັນ​ເຈົ້າ​ການ​ໃນ​ການ​ກວດກາລະບົບກວດ​ກາຄຸນ​ນະພາ​ບ, ຮັບປະກັນ​ບັນດາ​ຖ້ຽວ​ປາ​ໜັງ​ສົ່ງ​ອອກ​ເຂົ້າ​ຕະຫຼາດອາ​ເມ​ລິ​ກາ ​ຕອບ​ສະໜອງ​​ໄດ້ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ອົງການ​ກວດກາ ​ແລະ ຄວາມ​ປອດ​ໄພ​ດ້ານອາຫານ ອາ​ເມ​ລິ​ກາ.


ຂ່າວ/ບົດ​ອື່ນ