ມູນຄ່າສົ່ງອອກຂອງ ສາທາລະນະລັດ ເຊັກໂກ ມາຍັງ ຫວຽດນາມເພີ່ມຂຶ້ນຢ່າງກ້າວກະໂດດຂັ້ນ

(VOVWORLD) -ຕາມຂໍ້ມູນລ່າສຸດ ຂອງກົມສະຖິຕິ ສາທາລະນະລັດ ເຊັກໂກ, ມູນຄ່າສົ່ງອອກສິນຄ້າຂອງປະເທດນີ້ ມາຍັງ ຫວຽດນາມ ໃນເດືອນກໍລະກົດ ຜ່ານມາ ໄດ້ເພີ່ມຂຶ້ນຢ່າງກ້າວກະໂດດຂັ້ນ ເຖິງ 580,5% ດ້ວຍມູນຄ່າທັງໝົດກວ່າ 45,5 ລ້ານ ໂດລາສະຫະລັດ, ເພີ່ມຂຶ້ນຢ່າງກະໂດດຂັ້ນ ເມື່ອທຽບກັບລະດັບສະເລ່ຍ 7-10 ລ້ານ ໂດລາສະຫະລັດ/ ເດືອນ.

ມູນຄ່າສົ່ງອອກຂອງ ສາທາລະນະລັດ ເຊັກໂກ ມາຍັງ ຫວຽດນາມເພີ່ມຂຶ້ນຢ່າງກ້າວກະໂດດຂັ້ນ - ảnh 1(ພາບປະກອບ: TTXVN)

ຕາມບົດລາຍງານຂອງອົງການປະຈຳການ ຫວຽດນາມ ປະຈຳ ສາທາລະນະລັດ ເຊັກໂກ ໃຫ້ຮູ້ວ່າ: ໃນເດືອນ ກໍລະກົດ ໝວດຜະລິດຕະພັນຂອງ ສາທາລະນະລັດ ເຊັກໂກ ສົ່ງອອກມາຍັງ ຫວຽດນາມ ໄດ້ສ້າງການປ່ຽນແປງຢ່າງກ້າວກະໂດດ ນັ້ນແມ່ນບັນດາອຸປະກອນບັນທຶກສຽງ, ບັນທຶກພາບ, ການສຽງ, ໜ້າຈໍໂທລະພາບ ດ້ວຍຍອດມູນຄ່າເກືອບ 40,5 ລ້ານ ໂດລາສະຫະລັດ.

ໃນຂະນະນັ້ນ, ສິນຄ້າຂອງ ຫວຽດນາມ ສົ່ງອອກໄປຍັງ ເຊັກໂກ ໃນ 7 ເດືອນຕົ້ນປີນີ້, ນຳໜ້າຍັງແມ່ນຜະລິດຕະພັນ ເຄື່ອງເອເລັກໂຕນິກ ການສຽງ, ໂທລະພາບ ດ້ວຍມູນຄ່າສົ່ງອອກເກືອບ 202 ລ້ານ ໂດລາສະຫະລັດ, ຖັດມາແມ່ນ ເກີບ ແລະ ບັນດາຜະລິດຕະພັນໃນໝວດສິນຄ້ານີ້ມີມູນຄ່າ ກວ່າ 141 ລ້ານ ໂດລາສະຫະລັດ.

ໄລ່ມາຮອດທ້າຍເດືອນ 7/2018, ມູນຄ່າການຄ້າສອງສົ້ນບັນລຸ ເກືອບ 681 ລ້ານໂດລາສະຫະລັດ, ເພີ່ມຂຶ້ນຢ່າງກ້າວກະໂດດຂັ້ນ ແມ່ນສັນຍານທີ່ຄາດຄະເນວ່າ ມູນຄ່ານຳເຂົ້າ - ສົ່ງອອກ ສອງຝ່າຍຈະສືບຕໍ່ເພີ່ມຂຶ້ນລື່ນກາຍ 1 ຕື້ ໂດລາສະຫະລັດ ໃນປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ