ມີບັນດາວິສາຫະກິດລາວແລະໄທເຂົ້າຮ່ວມງານຕະຫຼາດນັດການຄ້າເຂດຊາຍແດນດ້ຽນບຽນ

ມີບັນດາວິສາຫະກິດລາວແລະໄທເຂົ້າຮ່ວມງານຕະຫຼາດນັດການຄ້າເຂດຊາຍແດນດ້ຽນບຽນ - ảnh 1
ງານ​ຕະ​ຫຼາດ​ນັດ​ການ​ຄ້າ​ເຂດ​ຊາຍ​ແດນ​ດ້ຽນ​ບຽນ ປີ 2016
(ພາບ: dienbien)

(vovworld) –​ ງານ​ຕະ​ຫຼາດ​ນັດ​ການ​ຄ້າ​ເຂດ​ຊາຍ​ແດນ​ດ້ຽນ​ບຽນ ປີ 2016 ດ້ວຍ​ຫົວ​ຂໍ້​ວ່າ “ຊົ​ມ​ເຊີຍ​ພັກ, ຊົມ​ເຊີຍ​ລະ​ດູ​ບານ​ໃໝ່, ຂ່ຳ​ນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ”, ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 06/01, ຢູ່​ນະ​ຄອນ​ດ້ຽນ​ບຽນ​ຟຸ. ເຂ​ົ້າ​ຮ່ວມ​ງານ​ຕະ​ຫຼ​າດ​ນັດ​ມີ​ວິ​ສາ​ຫະ​ກິດຢູ່​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດກວ່າ 100 ແຫ່ງ, ດ້ວຍ​ຮ້ານ​ວາງ​ສະ​ແດງ​ສິນ​ຄ​້າ 160 ຮ້ານ; ໃນ​ນັ້ນ​ມີ​ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ 40 ຮ້ານ​ຂອງ​ບັນ​ດາ​ແຂ​ວງ​ຄື: ຫຼວງ​ນ້ຳ​ທາ, ຫຼວງ​ພະ​ບາງ (ປະ​ເທດ​ລາວ) ແລະ ແຂ​ວງ ນານ (ຂອງ​ໄທ). ບັນ​ດາ​ຜະ​ລິດ​ຕະ​ພັນ​ຕົ້ນ​ຕໍ່​ທີ່​ໄດ້​ຮັບ​ການແນະ​ນຳ​ຢູ່​ງານ​ຕະ​ຫຼາດນ​ັດ​ແມ່ນ​ສິນ​ຄ້າ​ອຸດ​ສາ​ຫະ​ກ​ຳ, ຜະ​ລິດ​ຕະ​ພັນ​ກະ​ເສດ, ​ອາ​ການ​ປຸງ​ແຕ່ງ, ເຄື່ອງ​ເອ​ເລກ​ໂຕ​ນິກ, ເຄື່ອງ​ຕຳ​ແຜ່ນ​ຕັດ​ຫຍິບ… ງານ​ຕະ​ຫຼາດ​ນັດ​ແມ່ນ​ເພື່ອ​ໂຄ​ສະ​ນາ​ພາ​ບ​ພົດ, ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ແຂວງ​ດ້ຽນ​ບຽນ; ໜູນ​ຊ່ວຍ​ບັນ​ດາ​ວິ​ສ​າ​ຫະ​ກິດ​ເພີ່ມ​ທະ​ວີ​ວຽກ​ງານ​ສົ່ງ​ເສີມ​ດ້ານ​ການ​ຄ້​າ, ຍູ້​ແຮງ​ການ​ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ​ສິນ​ຄ້າ, ກາ​ນ​ບໍ​ລິ​ການ; ຊອກ​ຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ລົງ​ທຶນ, ຮ່ວມ​ທຸ​ລະ​ກິດ, ​ຮ່ວມ​ສຳ​ພັນພັດ​ທະ​ນາ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ ແລະ ດຳ​ເນີນ​ທຸ​ລະ​ກິດ​ດ້ານການ​ຄ້າ, ການ​ບໍ​ລິ​ການ​ຂອງ​ບັນ​ດາ​ແຂວງ​ທາງ​​ທິດ​ຕາ​ເວັນ​ຕົກ​ສ​່ຽງ​ເໜ​ືອ ໃຫ້​ບັນ​ດາ​ແຂວງ, ນະ​ຄອນ​ໃນ​ທົ່​ວ​ປະ​ເທດ ແລະ ບັນ​ດາ​ປະ​ເທດ​ໃນ​ໂລກ, ພິ​ເສດ​ແມ່ນ​ລາວ​, ໄທ ແລະ ບັນ​ດາ​ປະ​ເທດ​ໃນ​ກຸ່ມ​ອາ​ຊຽນ. ງານ​ຕະ​ຫຼ​າດ​ນັດ​ຈະ​ສິ້ນ​ສຸດ​​ລົງໃນ​ວັນ​ທີ 13/01.

ຂ່າວ/ບົດ​ອື່ນ