ມື້ປະຊຸມສຸດທ້າຍຂອງAMM49ແລະບັນດາກອງປະຊຸມກ່ຽວຂ້ອງປຶກສາຫາລືຫລາຍບັນຫາສຳຄັນຂອງພາກພື້ນ

ມື້ປະຊຸມສຸດທ້າຍຂອງAMM49ແລະບັນດາກອງປະຊຸມກ່ຽວຂ້ອງປຶກສາຫາລືຫລາຍບັນຫາສຳຄັນຂອງພາກພື້ນ - ảnh 1
ບັນ​ດາ​ຜ້​ູ​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ AMM 49
(vovworld)- ​​​ ​ວັນ​ທີ 26/7 ຢູ່ ນະ​ຄອນ​ຫລວງ ວຽງ​ຈັນ ປະ​ເທດ​ລາວ ໄດ້​ດຳ​ເນີນ​ບັນ​ດາ​ກອງ​ປະ​ຊຸມ​ສຸດ​ທ້າຍ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ 49 (AMM 49)  ແລະ ບັນ​ດາ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງ. ໃນ​ມື້​ປະ​ຊຸມສຸດ​ທ້າຍນີ້ ຈະ​ດຳ​ເນີນ​ບັນ​ດາ​ກອງປະ​ຊຸມ  ຊື່ງ​ລວມ​ມີ: ອາ​ຊຽນ +3 (ອາ​ຊຽນ, ຈີນ, ຍີ່​ປຸ່ນ, ສ​ເກົາ​ຫລີ) ຄັ້ງ​ທີ 17; ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ຂັ້ນ​ສູງ ອາ​ຊີ​ຕາ​ເວັນ​ອອກ (EAS) ຄັ້ງ​ທີ 6 ແລະ ເວ​ທີ​ປ​າ​ໄສ​ພາກ​ພື້ນ ອາ​ຊຽນ (ARF) ຄັ້ງ​ທີ 23. ທີ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ +3, ບັນ​ດາ​ທ່ານ​ລັດ​ຖະ​ມົນ​ຕີ ໄດ້​ປຶກ​ສາ​ຫາ​ລື​ການ​ສຳ​ຫລວດກວດ​ຄືນ​ການ​ປະ​ຕິ​ບັດ​ແຜນ​ການ​ວຽກ​ງານ​ປີ 2013-2017 ແລະ ກະ​ກຽມ​ການ​ສ້າງ​ແຜນ​ການ​ວຽກ​ງານ​ໃຫມ່​ໃຫ້​ແກ່​ໄລ​ຍະ​ຕໍ່​ໄປ, ກະ​ກຽມ​ໃຫ້​ກອງ​ປະ​ຊຸມ​ຂັ້ນ​ສູງ ​ອາ​ຊຽນ +3 ໃນ​ເດືອນ 9/2016, ໃນ​ນັ້ນ ມີ​ການ​ຮັບ​ຮອງ​ເອົາ​ຖະ​ແຫລງ​ການ​ຂັ້ນ​ສູງ ອາ​ຊຽນ +3 ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໂດຍ ສ​ປ​ປ ລາວ ສະ​ເຫນີ. ກອງ​ປະ​ຊຸ​ມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂັ້​ນ​ສູງ   ອາ​ຊີ​ຕາ​ເວັນ​ອອກ (EAS) ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ໂຄງ​ປະ​ກອບ​ພາກ​ພື້ນ​​ທີ່ ພວມ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ ແລະ ບົດ​ບາດ​ຂອງ EAS, ການ​ຜັນ​ຂະ​ຫຍາຍ​ຖະ​ແຫລງ​ການ​ສະ​ເຫລີມ​ສະ​ຫລອງ 10 ປີ​ແຫ່ງວັນ​ສ້າງ​ຕັ້ງ EAS ໂດຍ​ບັນ​ດາ​ການ​ນຳ​ຮັ​ບ​ຮອງ​ເອົາ​ເມື່ອ​ເດືອນ 11/2015. ທີ່​ເວ​ທີ​ປາ​ໄສ ພາກ​ພື້ນ ອາ​ຊຽນ, ບັນ​ດາ​ທ່ານ​ລັດ​ຖະ​ມົນ​ຕີ ຈະ​ກວດ​ກາ​ຄືນ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ການ​ທູດ​ປ້ອງ​ກັນ​ໃນ​ປີ ກາງ​ສ​ະ​ໄຫມ​ຜ່ານ​ມາ ແລະ ຮັບ​ຮ​ອງ​ເອົາ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ການ​ເຄື່ອນ​ໄຫວ​ໃຫ້​ປີ​ກາງ​ສະ​ໄຫມ​ຕໍ່​ໄປ 2016-2017 ກໍ​ຄື​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ອະ​ນາ​ຄົດ​ຂອງ ARF.

ຕອບກັບ

ຂ່າວ/ບົດ​ອື່ນ