ມີຜູ້ເສຍຊີວິດ ແລະ ຮັບບາດເຈັບນັບສິບຄົນໃນເຫດແຜ່ນດິນໄຫວຢູ່ ອາບການິດສະຖານ

(VOVWORLD) - ບັນດາເຈົ້າໜ້າທີ່ຮັບມືກັບໄພພິບັດທຳມະຊາດຂອງ ອາບການິດສະຖານ ກໍ່ພວມດຳເນີນການຕີລາຄາກ່ຽວກັບຄວາມເສຍຫາຍຢ່າງຄົບຖ້ວນ.
ມີຜູ້ເສຍຊີວິດ ແລະ ຮັບບາດເຈັບນັບສິບຄົນໃນເຫດແຜ່ນດິນໄຫວຢູ່ ອາບການິດສະຖານ - ảnh 1ສະຖານທີ່ເກີດເຫດ
(ພາບ:ສຳນັກຂ່າວສານຊິນຮວາ/TTXVN)

ວັນທີ 15 ຕຸລາ, ອຳນາດການປົກຄອງແຂວງ Herat, ທາງທິດຕາເວັນຕົກ ອາບການິດສະຖານ, ແຈ້ງໃຫ້ຊາບວ່າໄດ້ເກີດເຫດແຜ່ນດິນໄຫວໃນວັນດຽວກັນເຊິ່ງມີຄວາມແຮງ 6,5 ຣິດເຕີ ຢູ່ແຂວງນີ້, ເຮັດໃຫ້ 1 ຄົນເສຍຊີວິດ ແລະ ອີກສິບຄົນຖືກບາດເຈັບ. ວົງການເຈົ້າໜ້າທີ່ທ້ອງຖິ່ນ ໄດ້ສົ່ງຜູ້ຖືກຮັບບາດເຈັບ 35 ຄົນໄປໂຮງໝໍໃນທັນທີ ແລະ ມີຄວາມວິຕົກວັງວົນກ່ຽວກັບຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບຈະເພີ່ມຂຶ້ນອີກ.

        ບັນດາເຈົ້າໜ້າທີ່ຮັບມືກັບໄພພິບັດທຳມະຊາດຂອງ ອາບການິດສະຖານ ກໍ່ພວມດຳເນີນການຕີລາຄາກ່ຽວກັບຄວາມເສຍຫາຍຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ