ມື້ອື່ນ ໄຂກອງປະຊຸມໃຫຍ່ ຂອງຊາວຄິດຜູ້ຮັກຊາດ


ມື້ອື່ນ ໄຂກອງປະຊຸມໃຫຍ່ ຂອງຊາວຄິດຜູ້ຮັກຊາດ - ảnh 1

(ພາບປະກອບ)

​(vovworld) – ວັນ​ທີ 20/11, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ບັນດາ​ຊາວ​ຄິດ​ຫວຽດນາມ​ສ້າງສາ ​ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຄັ້ງ 6 ຈະ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ຮ່າ​ໂນ້ຍ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 450 ຄົນ​ໃນ​ທົ່ວ​ປະ​ເທດ. ກອງ​ປະຊຸມ​ໃຫຍ່​ຖືກ​ຈັດ​ຂຶ້ນ​ດ້ວຍ​ຂະໜາດ​ໃຫຍ່​ກວ່າ​ໝູ່​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ​ແລະ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ພັກ ​ແລະ ລັດ ດ້ວຍ​ຄວາມ​ປາຖະໜາ​ວ່າ ຊາວ​ຄິດ​ຈະ​ສືບ​ຕໍ່​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ​ຊາດ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້, ຄູນ​ພໍ່ ຫງວຽນ​ວັນ​ວີ້ງ, ປະທານ​ຄະນະ​ກຳມະການ​ສາມັກຄີ​ສາສະໜາ​ຄິດ​ແຂວງ​ແຄ໋ງຮ່ວາ, ​ໃຫ້​ຮູ້​ວ່າ:

ບັນດາ​ເຂດ​ຊາວ​ຄິດ ລ້ວນແຕ່ໂດຍເຈົ້າອະທິການສິດສອນ, ດັ່ງນັ້ນຈຶ່ງມີຄຸນສົມບັດ, ບໍ່ເຄີຍເກີດເຫດອາດສະຍາກຳ ແລະ ຫຍໍ້ທໍ້. ບັນຫາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ຄູນສົມບັດສັງຄົມໄດ້ຮັບຄວາມເອົາໃຈໃສ່, ເປັນແບບຢ່າງໃຫ້ຫຼາຍຕາແສງ. ລັດເຄົາລົບນັບຖືຄວາມເສລີໃນການເຄື່ອນໄຫວສາສະໜາ, ດັ່ງນັ້ນພວກເຮົາທັງເຄື່ອນໄຫວສາສະໜາໃຫ້ດີ, ທັງເຄົາລົບກົດໝາຍ ແລະ ປະຕິບັດວຽກງານສັງຄົມເປັນຢ່າງດີ

 

 

ຂ່າວ/ບົດ​ອື່ນ