ມອບຂອງຂວັນຂອງປະທານສະພາແຫ່ງຊາດໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກຢູ່ ທາຍງວຽນ

(VOVWORLD) -ຄະນະປະຕິບັດງານຫ້ອງວ່າການສະພາແຫ່ງຊາດ ໄດ້ໄປຖະຫວາຍທູບທຽນ, ດອກໄມ້ປະທານ ໂຮ່ຈີມິນ ຢູ່ເຮືອນອາໄລຫາ ເພິ່ນ, ຢູ່ຕາງແສງ ຝູດິ່ງ, ຂຶ້ນກັບເຂດປູຊະນີຍະສະຖານປະຫວັດສາດ - ຊີວະພາບ ATK ດິ້ງຮວາ.
ມອບຂອງຂວັນຂອງປະທານສະພາແຫ່ງຊາດໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກຢູ່ ທາຍງວຽນ - ảnh 1ທ່ານນາງເລຂາພັກແຂວງ ທາຍງວຽນ ຫງວຽນຫງວ້ຽນແທັງຫາຍ
ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ
(ພາບ: TTXVN)

ວັນທີ 28 ມັງກອນ, ຢູ່ເຂດປູຊະນີຍະສະຖານປະຫວັດສາດ - ຊີວະພາບ ATK ດິ້ງຮວາ, ເມືອງ ດິ້ງຮວາ, ແຂວງ ທາຍງວຽນ, ຄະນະປະຕິບັດງານຫ້ອງວ່າການສະພາແຫ່ງຊາດ ໄດ້ໄປຖະຫວາຍທູບທຽນ, ດອກໄມ້ປະທານ ໂຮ່ຈີມິນ ຢູ່ເຮືອນອາໄລຫາ ເພິ່ນ, ຢູ່ຕາງແສງ ຝູດິ່ງ, ຂຶ້ນກັບເຂດປູຊະນີຍະສະຖານປະຫວັດສາດ - ຊີວະພາບ ATK ດິ້ງຮວາ. ເນື່ອງໃນໂອກາດນີ້, ທ່ານນາງເລຂາພັກແຂວງ ທາຍງວຽນ ຫງວຽນຫງວ້ຽນແທັງຫາຍ ແລະ ທ່ານຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ມອບຂອງຂວັນ 500 ພູດໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກໃນບໍລິເວນເມືອງ ດິ້ງຮວາ. ຢູ່ແຂວງ ທາຍງວຽນ, “ສັບປະດາເຄື່ອນໄຫວບຸນເຕັດເພື່ອຄົນທຸກຍາກປີ 2022” ໂດຍຄະນະພັກແຂວງ ທາຍງວຽນ ປຸກລະດົມໄດ້ຮັບເງິນກວ່າ 34 ຕື້ດົ່ງ ໂດຍບັນດາຜູ້ໃຈບຸນໃຈກຸສົນ, ຫົວໜ່ວຍ, ອົງການຈັດຕັ້ງສະໜັບສະໜູນ. ແຫຼ່ງການເງິນດັ່ງກ່າວໄດ້ປະກອບສ່ວນລະດົມກຳລັງໃຈໃຫ້ບັນດາຄອບຄົວຜູ້ມີຄຸນງາມຄວາມດີ, ຜູ້ທຸກຍາກມີເງື່ອນໄຂໄດ້ຕ້ອນຮັບບຸນເຕັດປີຂານ 2022.

ຕອບກັບ

ຂ່າວ/ບົດ​ອື່ນ