ມອບທຶນການສຶກສາໃຫ້ແກ່ນັກສຶກສາ19ແຂວງ,ນະຄອນທາງພາກເຫນືອຫວຽດນາມ

(VOVWORLD) -ຕອນຄ່ຳວັນທີ 8 ກັນຍາ ຢູ່ ແຂວງ ທາຍບີງ, ຫນັງສືພິມ ຕວ໋ຍແຈ ( ໄວຫນຸ່ມ) ໄດ້ສົມທົບກັບ 19 ແຂວງ, ຄະນະຊາວຫນຸ່ມທາງພາກເຫນືອຫວຽດນາມ ຈັດຕັ້ງພິທີມອບທຶນການສຶກສາໃຫ້ແກ່ນັກສຶກສາ 264 ຄົນຢູ່ 19 ແຂວງ, ນະຄອນດັ່ງກ່າວ ທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກ.
ມອບທຶນການສຶກສາໃຫ້ແກ່ນັກສຶກສາ19ແຂວງ,ນະຄອນທາງພາກເຫນືອຫວຽດນາມ - ảnh 1ພິທີມອບທຶນການສຶກສາ 

ທີ່ພິທີ, ຄະນະຈັດຕັ້ງໄດ້ມອບທຶນການສຶກສາພິເສດ 10 ທຶນດ້ວຍມູນຄ່າ 10 ລ້ານດົງ/ທຶນ ແລະ 254 ທຶນ ດ້ວຍມູນຄ່າ 7 ລ້ານດົງ/ທຶນ. ຍອດມູນຄ່າຂອງ 264 ທຶນການສຶກສາດັ່ງກ່າວແມ່ນ 1,9 ຕື້ດົງ. ລາຍການມອບທຶນການສຶກສາຂອງຫນັງສືພິມໄວຫນຸ່ມສະຫງວນໃຫ້ແກ່ນັກສຶກສາທີ່ປະສົບກັບຄວາມຫຍຸ້ງຍາກກະກຽມເຂົ້າມະຫາວິທະຍາໄລ. ໃນ 14 ປີຜ່ານມາ, ລາຍການດັ່ງກ່າວໄດ້ຫນູນຊ່ວຍນັກສຶກສາທຸກຍາກ 15.000 ຄົນ ເພື່ອໃຫ້ເຂົາເຈົ້າສືບຕໍ່ເຂົ້າຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລ ດ້ວຍຍອດຈຳນວນເງິນ ກວ່າ 75 ຕື້ດົງ. ຍ້ອນມີການຊ່ວຍເຫລືອຈາກທຶນການສຶກສາດັ່ງກ່າວ, ມີນັກສຶກສາຫລາຍຄົນໄດ້ມີກາລະໂອກາດສືບຕໍ່ຮ່ຳຮຽນ, ບືນຕົວຂຶ້ນ, ມີການເຄື່ອນໄຫວປະກອບສ່ວນຫລາຍຢ່າງໃຫ້ແກ່ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ