ມອບລາງວັນການສື່ມວນຊົນຂຽນກ່ຽວກັບ “ລົມຫາຍໃຈແຫ່ງຊີວິດ”

ມອບລາງວັນການສື່ມວນຊົນຂຽນກ່ຽວກັບ “ລົມຫາຍໃຈແຫ່ງຊີວິດ” - ảnh 1
ພາບປະກອບ

(vovworld) - ພິທີ​ມອບ​ລາງວັນ​ການ​ເສັງ​ສື່​ມວນ​ຊົນ​ຂຽນກ່ຽວ​ກັບ “ລົມ​ຫາຍ​ໃຈ​ແຫ່ງຊີວິ​ດ” ​ໂດຍ​ໂຄງການ​ປ້ອງ​ກັນ, ຕ້ານ​ວັນນະ​ໂລກ​ແຫ່ງ​ຊາດ ​ແລະ ອົງການ​ອະນາ​ໄມ​ໂລກ​ສົມທົບ​ກັນ​ຈັດ​ຕັ້ງ​ຂຶ້ນ​ໄດ້ດຳ​ເນີນ​ໃນ​ວັນ​ທີ 13/5 ຢູ່​ຮ່າ​ໂນ້ຍ. ​ໂດຍ​ໄດ້​ຮັບ​ການ​ປຸກລະດົມ​ແຕ່​ວັນ​ທີ 1/12/2011, ດ້ວຍ​ສານ​ທີ່​ວ່າ: “​ເພື່ອ​​ໃຫ້ໂລກປອດວັນນະ​ໂລກ”, ການ​ເສັງ​ຂຽນ​ກ່ຽວ​ກັບ “​ລົມ​ຫາຍ​ໃຈ​ແຫ່ງຊີວິດ” ​ເພື່ອ​ແນ​ໃສ່​ສະໜອງ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ພະຍາດ​ວັນນະ​ໂລກ​ໃນ​ທົ່ວ​ປະ​ເທດ, ຍົກ​ສູງ​ຄວາມ​ຮູ້ ​ແລະ ສະຕິ​ກ່ຽວ​ກັບ​ການ​ປ້ອງ​ກັນ​ພະຍາດ ກໍ​ຄື​ຊ່ວ​ຍ​ເຫຼືອ​ຜູ້​ຕິ​ດວັນນະ​ໂລກ. ຄະນະ​ຈັດ​ຕັ້ງ​ໄດ້​ມອບ 11 ລາງ​ວັນ, ​ໃນ​ນັ້ນ​ລາງວັນ​ທີ່​ໜຶ່ງ​ສະຫງວນ​ໃຫ້​ນັກ​ຂ່າວ Nguyen Phuong Lieu (ໜັງສືພິມ ດົ່ງ​ນາຍ) ດ້ວຍ​ບົດ​ຂຽນ “ບັ້ນ​ຮົບ​ຕ້ານ​ວັນນະ​ໂລກ​ທີ່​ຫຍຸ້ງ​ຍາກ​ລຳບາກ”. ກ່ອນ​ໜ້າ​ນັ້ນ, ​ກໍ​ໃນ​ຕອນ​ເຊົ້າ​ວັນ​ທີ 13/5, ​ໄດ້​ດຳ​ເນ​ີນວັນ​ບຸນ​ໃຫ້​ຄຳ​ປຶກສາ​ສຸຂະພາບ​ດ້ວຍ​ການ​ເຄື່ອນ​ໄຫວ​ຕ່າງ​ໆ​ທີ່ມີ​ຄຸນ​ປະ​ໂຫຍ​ດຄື: ​ໃຫ້​ຄຳ​ປຶກສາ ​ແລະ ກວດ​ສຸຂະພາບ​ໂດຍ​ບໍ່​ເສຍ​ຄ່າ, ​ແຈກ​ຢາຍ​ປຶ້ມ, ວາລະສານ​ກ່ຽວ​ກັບ​ສຸຂະພາບ​ໂດ​ຍບໍ່​ເສຍ​ຄ່າ, ວາງສະ​ແດງ​ຜົນງານ​ຂອງ​​ໂຄງການ​ປ້ອງ​ກັນ, ຕ້ານ​ວັນນະ​ໂລກ​ແຫ່ງ​ຊາດ.​.​.​

ຂ່າວ/ບົດ​ອື່ນ