ມອບລາງວັນການເສັງຂຽນກ່ຽວກັບ“ກະສິກຳ-ຊາວກະສິກອນ-ຊົນນະບົດ”ປີ2015

ມອບລາງວັນການເສັງຂຽນກ່ຽວກັບ“ກະສິກຳ-ຊາວກະສິກອນ-ຊົນນະບົດ”ປີ2015 - ảnh 1
ມອບ​ລາງວັນ​ການ​ເສັງ​ຂຽນ​ກ່ຽວ​ກັບ
 “ກະສິກຳ - ຊາວ​ກະສິກອນ - ຊົນນະບົດ” ປີ 2015
(ພາບ: DuyLinh)

(vovworld) - ພິທີ​ສະຫລຸບ, ມອບ​ລາງວັນ​ການ​ເສັງ​ຂຽນ​ກ່ຽວ​ກັບ “ກະສິກຳ - ຊາວ​ກະສິກອນ - ຊົນນະບົດ” ປີ 2015 ຖືກ​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 18/06 ຢູ່​ຮ່າ​ໂນ້ຍ. ປີ​ນີ້, ຄະນະ​ຈັດ​ຕັ້ງ​ໄດ້​ເລືອກ​ເຟັ້ນ 111 ບົດປະພັນ​ທີ່​ລົງ​ພິມ​​​ໃນໜັງສືພິມ ​ເຍີນ​ເຢີນ​ (ປະຊາຊົນ) ​ແລະ ມອບ​ລາງວັນ​ໃຫ້ 20 ບົດປະພັນ​​ດີ​ເດັ່ນທີ່​ສຸດ​ລວມມື: ລາງວັນ​ທີໜຶ່ງ 1 ລາງວັນ, ລາງວັນ​ທີສອງ 3 ລາງວັນ, ລາງວັນ​ທີສານ 6 ລາງ​ວັນ ​ແລະ ລາງວັນ​ຊົມ​ເຊີຍ 10 ລາງວັນ. ລາງວັນ​ທີ​ໜຶ່ງ​ຂຶ້ນ​ກັບ​ບົດ​ປະພັນ “ສ້າງ​ທີ່​ຕັ້ງ​ໝັ້ນຄົງ​ໃຫ້​ເຂົ້າສານ ຫວຽດນາມ ສົ່ງ​ອອກ” ຂອງ​ນັກ​ປະພັນ ​ເຈີ​ນ​ແອ໋ງຕວ໋ຽດ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ລາງວັນ, ທ່ານ​ຮອງ​ປະທານ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ອູງຈູ​ລື​ວ ​ເນັ້ນ​ໜັກ​ວ່າ ວຽ​ດງານ​ໂຄສະນາ​ກ່ຽວ​ກັບ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ຄືນ​ໃໝ່ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກບັນດາ​ອົງການ​ສຳນັກ​ຂ່າວສານ, ສື່​ມວນ​ຊົນ​ນັບ​ແຕ່​ຂັ້ນສູນ​ກາງ​ລົງ​ຮອດທ້ອງ​ຖິ່ນ​. ​ ​ສະ​ເພາະ ໜັງສື​ພິມ​ເຍີນ​ເຢີ​ນ (ປະຊາຊົນ) ​ໄດ້​ສົມທົບ​ກັບ​ສະມາ​ຄົນ​ຊາວ​ກະ​ສິກອນ ຫວຽດນາມ ​ແລະ ບໍ​ບິ​ສັດ​ໃຫຍ່ຝຸ່ນ​ເຄມີ - ທາດ​ເຄມີ​ນ້ຳມັນ​ອາຍ​ແກັສ (ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັສ​ແຫ່ງ​ຊາດ) ປຸກລະດົມ​ການ​ເສັງຂຽນ​ກ່ຽວ​ກັບ “ກະສິກຳ - ຊາວ​ກະສິກອນ - ຊົນນະບົດ” ​ໃນ 5 ປີ​ຢ່າງ​ລຽນຕິດ.

 

 

ຂ່າວ/ບົດ​ອື່ນ