ມອບ​ລາງວັນ​ການ​ເສັງ​ອອກ​ແບບ​ໂລ​ໂກ ສະ​ເຫຼີມສະຫຼອງ 65 ປີ ​ແຫ່ງການ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ອິນ​​ໂດ​ເນ​ເຊຍ

(VOVWORLD) -       ວັນທີ 19 ສິງຫາ, ສະຖານທູດຫວຽດນາມ ປະຈໍາ ຈາກາຕາ, ອິນໂດເນເຊຍ ໄດ້ສົມທົບກັບສະຖາບັນການຕ່າງປະເທດ ຫວຽດນາມ ຈັດຕັ້ງພິທີມອບລາງວັນການເສັງອອກແບບໂລໂກ ສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ - ອິນໂດເນເຊຍ. 
ມອບ​ລາງວັນ​ການ​ເສັງ​ອອກ​ແບບ​ໂລ​ໂກ ສະ​ເຫຼີມສະຫຼອງ 65 ປີ ​ແຫ່ງການ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ອິນ​​ໂດ​ເນ​ເຊຍ - ảnh 1ພິທີຖືກດໍາເນີນຜ່ານທາງອອນລາຍ ຢູ່ສໍານັກງານສະຖານທູດຫວຽດນາມ ປະຈໍາ ຈາກາຕາ ແລະ ສະຖານທູດ ອິນໂດເນເຊຍ ປະຈໍາ ຮ່າໂນ້ຍ.  

ພິທີຖືກດໍາເນີນຜ່ານທາງອອນລາຍ ຢູ່ສໍານັກງານສະຖານທູດຫວຽດນາມ ປະຈໍາ ຈາກາຕາ ແລະ ສະຖານທູດ ອິນໂດເນເຊຍ ປະຈໍາ ຮ່າໂນ້ຍ. 

ມອບ​ລາງວັນ​ການ​ເສັງ​ອອກ​ແບບ​ໂລ​ໂກ ສະ​ເຫຼີມສະຫຼອງ 65 ປີ ​ແຫ່ງການ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ອິນ​​ໂດ​ເນ​ເຊຍ - ảnh 2ທ່ານເອກອັກຄະລັດຖະທູດ ຟ້າມວິງກວາງ ກ່າວຄໍາເຫັນທີ່ພິທີ 

  ກ່າວຄໍາເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຟ້າມວິງກວາງ ແລະ ທ່ານເອກອັກຄະລັດຖະທູດ Ibnu Hadi  ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງຄວາມໝາຍຂອງການເສັງ ແມ່ນສະແດງໃຫ້ເຫັນໄມຕີຈິດມິດຕະພາບທີ່ມີຊີວິດຊີວາຂອງສອງຊາດໃນໂອກາດສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງສາຍພົວພັນທາງການທູດ ຫວຽດນາມ - ອິນໂດເນເຊຍ. ທ່ານເອກອັກຄະລັດຖະທູດ ຟ້າມວິງກວາງ ເນັ້ນໜັກວ່າ ໃນສະພາບການໂລກປັດຈຸບັນ ແລະ ຕໍ່ໜ້າບັນດາການກະທົບຢ່າງຮ້າຍແຮງຂອງໂລກລະບາດໂຄວິດ - 19 ນີ້, ຫວຽດນາມ ແລະ ອິນໂດເນເຊຍ ຕ້ອງເພີ່ມທະວີການຮ່ວມມື, ສົມທົບກັນເພື່ອຜ່ານຜ່າບັນດາສິ່ງທ້າທາຍ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນທົ່ວໂລກ.

 ລາງວັນທີ 1 ຂອງການເສັງ ແມ່ນໄດ້ແກ່ທ່ານ ເຈິ່ນຮວ່າຍດຶກ ມາຈາກ ຫວຽດນາມ. 

ມອບ​ລາງວັນ​ການ​ເສັງ​ອອກ​ແບບ​ໂລ​ໂກ ສະ​ເຫຼີມສະຫຼອງ 65 ປີ ​ແຫ່ງການ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ອິນ​​ໂດ​ເນ​ເຊຍ - ảnh 3ປະກາດລາງວັນທີ 1

ມອບ​ລາງວັນ​ການ​ເສັງ​ອອກ​ແບບ​ໂລ​ໂກ ສະ​ເຫຼີມສະຫຼອງ 65 ປີ ​ແຫ່ງການ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ອິນ​​ໂດ​ເນ​ເຊຍ - ảnh 4ທ່ານເອກອັກຄະລັດຖະທູດ Ibnu Hadi  ມອບລາງວັນທີ 1 ຜ່ານທາງອອນລາຍ


ມອບ​ລາງວັນ​ການ​ເສັງ​ອອກ​ແບບ​ໂລ​ໂກ ສະ​ເຫຼີມສະຫຼອງ 65 ປີ ​ແຫ່ງການ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ອິນ​​ໂດ​ເນ​ເຊຍ - ảnh 5ທ່ານ Budiarsa Sastrawinata ປະທານສະມາຄົມມິດຕະພາບ ອິນໂດເນເຊຍ - ຫວຽດນາມ ມອບລາງວັນຊົມເຊີຍ
ມອບ​ລາງວັນ​ການ​ເສັງ​ອອກ​ແບບ​ໂລ​ໂກ ສະ​ເຫຼີມສະຫຼອງ 65 ປີ ​ແຫ່ງການ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ອິນ​​ໂດ​ເນ​ເຊຍ - ảnh 6ທ່ານ Denny Abdi ຫົວໜ້າກົມ ອາຊີຕາເວັນອອກສ່ຽງໃຕ້, ກະຊວງການຕ່າງປະເທດ ອິນໂດເນເຊຍ ມອບລາງວັນຊົມເຊີຍ 

ຕອບກັບ

ຂ່າວ/ບົດ​ອື່ນ