ມອບ​ລາງວັນແບບ​ຢ່າງ​ໜຸ່ມ​ຫວຽດ​ນາມ ດີ​ເດັ່ນ​ໃນ​ປີ 2022

(VOVWORLD) -ຕອນຄ່ຳວັນທີ 23 ມີນາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບກອງໜູນຊ່ວຍຜູ້ມີຄວາມເກັ່ງກ້າສາມາດໜຸ່ມ ຫວຽດນາມ ຈັດພິທີມອບລາງວັນແບບຢ່າງໜຸ່ມຫວຽດນາມ ດີເດັ່ນ ປີ 2022.

ມອບ​ລາງວັນແບບ​ຢ່າງ​ໜຸ່ມ​ຫວຽດ​ນາມ ດີ​ເດັ່ນ​ໃນ​ປີ 2022 - ảnh 1ພິທີມອບລາງວັນແບບຢ່າງໜຸ່ມຫວຽດນາມ ດີເດັ່ນ ປີ 2022 (ພາບ: dangcongsan.vn)

ຊາວໜຸ່ມຫວຽດນາມ ດີເດັ່ນ 10 ຄົນໃນປີ 2022 ແມ່ນຜູ້ມີສ້າງກຳລັງດຶງດູດໃຈ, ສ້າງຂີດໝາຍໃຫ່ຍຫຼວງໃນປະຊາຄົມດ້ວຍບັນດາຄວາມມານະພະຍາຍາມຂອງຕົນເອງ ແລະ ຜົນງານທີ່ເປັນໜ້າປະທັບໃຈ. ກ່າວຄຳເຫັນທີ່ລາຍການ, ທ່ານ ບຸຍກວາງຮຸຍ ເລຂາຜູ້ທີໜຶ່ງ ສູນກາງຄະນະຊາວໜຸ່ມ ເນັ້ນໜັກວ່າ:

ຄວາມສາມາດຕ້ອງໄປຄຽງຄູ່ກັບຄຸນສົມບັດ, ເພື່ອສ້າງເປັນຄົນທີ່ດີ. ເພາະສະນັ້ນ, ໄປຄຽງຄູ່ກັບການຝືກຝົນຫຼໍ່ຫຼອມຄວາມເກັ່ງກ້າສາມາດ ພວກເພື່ອນຄວນມີຄວາມເອົາໃຈໃສ່ເປັນພິເສດເຖິງການຝືກຝົນຫຼໍ່ຫຼອມຄຸນສົມບັດອີກດ້ວຍ. ເພື່ອບັນລຸໄດ້ຜົນງານຄືໃນມື້ຕ້ອງຜ່ານຜ່າສິ່ງທ້າທາຍ, ຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ເພື່ອຮັກສາ ແລະ ພັດທະນາໄດ້ຜົນງານນັ້ນຍິ່ງ ຫຍຸ້ງຍາກກ່ວາອີກ. ຂ້າພະເຈົ້າຫວັງວ່າ ພວກເພື່ອນຈະສືບຕໍ່ມີຄວາມໝັ້ນໃຈກ້າຄິດກ້າທຳ, ຢຶດໝັ້ນກ້າວເດີນບົນເສັ້ນທາງທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກຢ່າງໝັ ແຕ່ກໍ່ເຕັມໄປດ້ວຍກຽດສະຫງ່າ ເຊິ່ງຕົນເອງເລືອກເອົາ.

ຕອບກັບ

ຂ່າວ/ບົດ​ອື່ນ