ມອບ-ຮັບໂຮງຮຽນອະນຸບານບ້ານເຢາະ,ຂອງຂັວນຂອງເອກອັກຄະລັດຖະທູດຫວຽດນາມປະຈຳລາວ,ໃຫ້ແຂວງຜົ່ງສາລີ

ມອບ-ຮັບໂຮງຮຽນອະນຸບານບ້ານເຢາະ,ຂອງຂັວນຂອງເອກອັກຄະລັດຖະທູດຫວຽດນາມປະຈຳລາວ,ໃຫ້ແຂວງຜົ່ງສາລີ - ảnh 1
ພິ​ທີ​ມອບ​-ຮັບໂຮງ​ຮຽນ​ອະ​ນຸ​ບານ​ບ້ານ​ເຢາະ

(vovworld)- ວັນ​ທີ 1/11, ຢູ່​ແຂ​ວງ​ຜົ່ງ​ສາ​ລີ, ພາກ​ເໜື​ອ​ລາວ ໄດ້​ດຳ​ເນີນ​ພິ​ທີ​ມອບ​-ຮັບໂຮງ​ຮຽນ​ອະ​ນຸ​ບານ​ບ້ານ​ເຢາະ, ເຊິ່ງ​ແມ່ນຂອງ​ຂັວນ ຂອງທ່ານ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ລາວ ແລະ ບໍ​ລິ​ສັດ​ນ້ຳ​ມັນ​ເຊື້ອ​ໄຟ PV OIL ລາວ, ໃຫ້​ອຳ​ນາດ​ການ​ປົກ​ຄອງ​ບ້ານ​ເຢາະ, ເມືອງ​ບຸນ​ເໜືອ, ແຂວງ​ຜົ່ງ​ສາ​ລີ. ໂດຍນອນ​ໃນ​ເນື້ອ​ທີ່ ເກືອບ 400 ​ຕາ​ແມດ, ໂຮງ​ຮຽນ​​ອະ​ນຸ​ບານບ້ານ​ເຢາະ ມີ​ເນື້ອ​ທີ່ກໍ່​ສ້າງ​ແມ່ນ 208 ​ຕາ​ແມດ ປະ​ກອບ​ມີ: ຫ້ອງ​ຮຽນ​ຖາ​ວອນ 3 ຫ້ອງ​ ສຳ​ລັບ ນັກ​ຮຽນ 80 ຄົນ, ​ຫ້ອງ​ພັກຂອງ​ຄູ 1 ຫ້ອງ ແລະ ຫ້ອງ​ນ້ຳ 6 ຫ້ອງ. ໂຮ​ງຮຽນ​ກໍ່​ໄດ້​ປະ​ກອບໂຕະ​ຕັ່​ງ​ຄູ ແລະ ນັກ​ຮຽນ 84 ຊຸດ, ພ້ອມ​ບັນ​ດາ​ອຸ​ປະ​ກອນ​​ການ​ຮຽນ​ຄົບ​ຊຸດ ໃຫ້​ແກ່ຫ້ອງ​ຮຽນ 3 ຫ້ອງ ແລະ ເຄື່ອງຫຼີ້ນ​​ຢູ່​ກາງ​ແຈ້ງ 6 ຊຸດ. ລວມ​ມູນ​ຄ່າກໍ່​ສ້າງ ແລະ ອຸ​ປະ​ກອນ​ແມ່ນ ກວ່າ 800 ລ້ານ​ກີບ (100.000 USD)

ຕອບກັບ

ຂ່າວ/ບົດ​ອື່ນ