ມະຕິ 14 ສະບັບໂດຍສະພາແຫ່ງຊາດໄດ້ຮັບຮອງເອົາຢູ່ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV

(VOVWORLD) - ໜ້າສົນໃຈແມ່ນ, ທີ່ມະຕິກ່ຽວກັບການອະນຸມັດຜ່ານແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ໄລຍະ 2021-2025 ໄດ້ວາງເປົ້າໝາຍສືບຕໍ່ປະຕິບັດການກໍ່ສ້າງຊົນນະບົດໃໝ່
ມະຕິ 14 ສະບັບໂດຍສະພາແຫ່ງຊາດໄດ້ຮັບຮອງເອົາຢູ່ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV - ảnh 1(ພາບປະກອບ: VPCH)

ໂດຍປະຕິບັດຕາມກົດໝາຍວ່າດ້ວຍການປະກາດໃຊ້ເອກະສານນິຕິກຳ, ມະຕິ 14 ສະບັບໂດຍສະພາແຫ່ງຊາດໄດ້ຮັບຮອງເອົາ, ທ່ານເລຂາທິການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸຍວັນເກື່ອງ ຫາກໍ່ແຈ້ງຕໍ່ບັນດາອົງການສື່ມວນຊົນທີ່ກອງປະຊຸມຄັ້ງປະຖົມມະເລິກ.

ໃນນັ້ນ, ໜ້າສົນໃຈແມ່ນ, ທີ່ມະຕິກ່ຽວກັບການອະນຸມັດຜ່ານແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ໄລຍະ 2021-2025 ໄດ້ວາງເປົ້າໝາຍສືບຕໍ່ປະຕິບັດການກໍ່ສ້າງຊົນນະບົດໃໝ່; ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນເຂດຊົນນະບົດ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ; ສ້າງພື້ນຖານໂຄງລ່າງເສດຖະກິດ-ສັງຄົມຊົນນະບົດ… ທີ່ມະຕິອະນຸມັດຜ່ານແຜນນະໂຍບາຍເປົ້າໝາຍແຫ່ງຊາດຫຼຸດຜ່ອນຄວາມທຸກຍາກຫຼາຍສົ້ນ, ກວມລວມ, ຍືນຍົງ, ອັດຕາຄອບຄົວທຸກຍາກຕາມມາດຕະຖານຫຼາຍສົ້ນຮັກສາລະດັບຫຼຸດລົງແຕ່ 1-1,5%/ປີ, ອັດຕາຄອບຄົວທຸກຍາກຊາວເຜົ່າສ່ວນໜ້ອຍຫຼຸດລົງກວ່າ 3%/ປີ.

ຕອບກັບ

ຂ່າວ/ບົດ​ອື່ນ