ມະຫາຄອບຄົວບັນດາເຜົ່າຫວຽດນາມຮ່ວມແຮງຮ່ວມໃຈສ້າງສາແລະປົກປັກຮັກສາປະເທດຊາດ

ມະຫາຄອບຄົວບັນດາເຜົ່າຫວຽດນາມຮ່ວມແຮງຮ່ວມໃຈສ້າງສາແລະປົກປັກຮັກສາປະເທດຊາດ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​


(vovworld)- ສະ​ເຫລີ​ມສະຫລອງ​ວັນ​ຄອບຄົວ​ຫວຽດນາມ(28/6), ຕອນ​ຄຳ່​ວັນ​ທີ 28/6 ຢູ່​ໝູ່​ບ້ານ​ວັດທະນະທຳ​ບັນດາ​ເຜົ່າ​ຫວຽດນາມ ທີ່​ເຊີນ​ໄຕ ນະ​ຄອນ​ຮ່າ​ໂນ້ຍ, ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ລາຍການ​ສິລະ​ປະພາ​ຍ​ໃຕ້​ຫົວ​ເລື່ອງ​ວ່າ: ມະຫາ​ຄອບຄົວ​ບັນດາ​ເຜົ່າ​ຫວຽດນາມ​ກັບ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.”  ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮ​ມປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ, ທ່ານ​ນາ​ງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດືກດາມ ​ພ້ອມ​ກັບ​ຜູ້ຕາງຫນ້າ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ປະຊາຊົນ​ກວ່າ 200 ຄົນ​ທີ່​ຕາງຫນ້າ​ໃຫ້ 32 ຊົນ​ເຜົ່າ ​ມາ​ຈາກ 8 ​ແຂວງ, ນະຄອນ​ໄດ້​ເຂົ້າ​ຮ່ວມ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເນັ້ນ​ຫນັກ​ວ່າ: ວັນ​ຄອບຄົວ​ຫວຽດນາມ ​​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ​ຫວຽດນາມ ຢືນຢັນ​ຄຸນ​ຄ່າ​ພິ​ເສດ​ຂອງ​ຄອບຄົວ​​ໃນ​ປະຫວັດສາດ​ແຫ່ງ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ ​ແລະ ຕັດສິນ​ໃຈ​ສ້າງ​ສາ ​ແລະ ພັດທະນາ​ຄອບຄົວ​ຫວຽດນາມ ມີ​ຄວາມ​ຜາ​ສຸກ​ປະຈຸ​ບັນ ​ແລະ ອະນາຄົດ. ທ່ານ​ຫງວຽນ​ທ້ຽນ​ເຍີ​ນ ສະ​​ເຫ​ນີວ່າ:

        “ພວກ​ເຮົາ​ອີກ​ຄັ້ງ​ຫນຶ່ງ​ຢືນຢັນ​ບົດບາດ​ຂອງ​ຄອບຄົວ​ໃນ​ວັດທະນະທຳ​ຫວຽດນາມ, ປະຫວັດສາດ​ຫວຽດນາມ. 54 ຊົນ​ເຜົ່າ​ຢູ່​ຫວຽດນາມ ຈົ່ງ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ໃຫ້​ແຕ່​ລະ​ຄອບຄົວ​ຫວຽດນາມ ມີ​ຄວາມ​ຜາ​ສຸກ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກ​ຄີ​ເພື່ອ​ໃຫ້​ປະ​ເທດ​ຫວຽດນາມ ວັດທະນາ​ຖາວອນ ​ແລະ ສັນ​ຕິ​ສຸກ.”

 

 

 

 

 

 

ຂ່າວ/ບົດ​ອື່ນ