ມາ​ນະ​ພະ​ຍາ​ຍາ​ມ​ນຳ​ລູກ​ເຮືອ ໃນ​ກຳ​ປັ່ນ​ຖືກ​ບຸກ​ໂຈມ​ຕີ ຢູ່​ທະ​ເລ​ແດງ​ກັບ​ເມືອ​ປະ​ເທດ​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ໄວ​ໄດ້

(VOVWORLD) - ສະຖານທູດ ຫວຽດນາມ ປະຈຳ ເອຢິບ ແລະ ສະຖານທູດ ຫວຽດນາມ ປະຈຳ ສະຫະລັດ ອາຣັບ ເອມີເລັດ (UAE) ພວມຮີບດ່ວນປະຕິບັດສຳເລັດຂັ້ນຕອນອອກໜັງສືຜ່ານແດນ ໃຫ້ແກ່ລູກເຮືອ ຫວຽດນາມ 3 ຄົນ. 
ມາ​ນະ​ພະ​ຍາ​ຍາ​ມ​ນຳ​ລູກ​ເຮືອ ໃນ​ກຳ​ປັ່ນ​ຖືກ​ບຸກ​ໂຈມ​ຕີ ຢູ່​ທະ​ເລ​ແດງ​ກັບ​ເມືອ​ປະ​ເທດ​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ໄວ​ໄດ້ - ảnh 1ລູກເຮືອຊາວຫວຽດນາມ 3 ຄົນ ມີສຸຂະພາບທີ່ເປັນປົກກະຕິ (ພາບ: VOV)

ໂດຍກ່ຽວຂ້ອງເຖິງວຽກງານປົກປ້ອງພົນລະເມືອງ ໃນກຳປັ່ນ True Confidence ທີ່ຖືກກຳລັງ Houthi ຢູ່ ເຢແມນ ບຸກໂຈມຕີຢູ່ທະເລແດງໃນວັນທີ 6 ມີນາ, ຕອນຄ່ຳວັນທີ 9 ມີນາ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເອຢິບ  ໃຫ້ຮູ້ວ່າ ພວມຕັ້ງໜ້າສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງເພື່ອປະຕິບັດສຳເລັດລະບຽບການທີ່ຈຳເປັນໂດຍໄວ ແລະ ນຳກຸ່ມລູກເຮືອ ຫວຽດນາມ ພວມອາໄສຢູ່ Djibouti ກັບເມືອ ປະເທດ.

ຕາມນັ້ນແລ້ວ, ສະຖານທູດ ຫວຽດນາມ ປະຈຳ ເອຢິບ ແລະ ສະຖານທູດ ຫວຽດນາມ ປະຈຳ ສະຫະລັດ ອາຣັບ ເອມີເລັດ (UAE) ພວມຮີບດ່ວນປະຕິບັດສຳເລັດຂັ້ນຕອນອອກໜັງສືຜ່ານແດນ ໃຫ້ແກ່ລູກເຮືອ ຫວຽດນາມ 3 ຄົນ. ບັນດາລູກເຮືອນີ້ ຖືກເສຍເອກະສານສ່ວນຕົວ, ໃນນັ້ນມີ ໜັງສືຜ່ານແດນ, ພາຍຫຼັງການບຸກໂຈມຕີ. ຄາດວ່າ ວັນທີ 13 ມີນາຈະມາເຖິງ, ບັນດາລູກເຮືອ ອາດຈະໄດ້ຮັບໜັງສືຜ່ານແດນໃໝ່ໂດຍອົງການຕາງໜ້າການຕ່າງປະເທດ ຫວຽດນາມ ປະຈຳ UAE ສະໜອງ.

ຕອບກັບ

ຂ່າວ/ບົດ​ອື່ນ