ມາເລເຊຍຈັດຕັ້ງກອງປະຊຸມລັດຖະມົນຕີກະຊວງສຶກສາອາຊີຕາເວັນອອກສ່ຽງໃຕ້

(VOVWORLD) - ກອງປະຊຸມຄັ້ງທີ 50 ຂອງ ອົງການສຶກສາອາຊີຕາເວັນອອກສ່ຽງໃຕ້ (SEAMEO) ໄດ້ເນີນໄປແຕ່ວັນທີ 22- 27 ກໍລະກົດ ຢູ່ ລັດ Selangor ປະເທດ ມາເລເຊຍ ໂດຍທ່ານ Maszlee Malik ລັດຖະມົນຕີກະຊວງສຶກສາ ມາເລເຊຍ ເປັນປະທານ.

ເຂົ້າຮ່ວມກອງປະຊຸມ ມີບັນດາທ່ານລັດຖະມົນຕີກະຊວງສຶກສາ, ເຈົ້າຫນ້າທີ່ລັດຖະບານ ແລະ ຜູ້ຕາງຫນ້າ 11 ປະເທດສະມາຊິກ SEAMEO, ບັນດາປະເທດສະມາຊິກຂຶ້ນກັບອົງການ, ສາຂາ, ສູນ SEAMEO ຢູ່ ພາກພຶ້ື້ນ ແລະ ບັນດາຄູ່ຮ່ວມມືຍຸດທະສາດ.

ທີ່ກອງປະຊຸມຄັ້ງນີ້, SEAMEO ໄດ້ເນັ້ນຫນັກເຖິງການປ່ຽນແປງດ້ານການສຶກສາຂອງສະພາບການທົ່ວໂລກ ເພື່ອຫນູນຊ່ວຍການພັດທະນາເສດຖະກິດ ແລະ ສັງຄົມ. ກອງປະຊຸມກໍ່ໄດ້ຊອກຫາການຮ່ວມມືຢ່າງແຫນ້ນແຟ້ນກວ່າໃນຂົງເຂດການສຶກສາລະຫວ່າງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແລະ ບັນດາປະເທດຢູ່ນອກພາກພື້ນ.

ບັນດາລັດຖະມົນຕີກະຊວງການສຶກສາຈະປຶກສາຫາລືເລື່ອງສ້າງຕັ້ງບັນດາບຸລິມະສິດໃຫ້ SEAMEO ພາຍຫລັງປີ 2020 ຮັບຮອງເອົາແຜນການຍຸດທະສາດ SEAMEO 2021 – 2030.

ຕອບກັບ

ຂ່າວ/ບົດ​ອື່ນ