ມຽນມາ ຈັດຕັ້ງພິທີ ສວນສະໜາມເນື່ອງໃນໂອກາດວັນເອກະລາດ

ມຽນມາ ຈັດຕັ້ງພິທີ ສວນສະໜາມເນື່ອງໃນໂອກາດວັນເອກະລາດ - ảnh 1
ທ່ານ​ປະທານາທິບໍດີ​ມຽນມາ U Thein Sein
(ພາບອີນເຕີແນດ)


(vovworld) – ວັນ​ທີ 04/01, ​ເປັນ​ຄັ້ງ​ທຳ​ອິດ​ໃນ 5 ທົດ​ສະຫວັດ​ຜ່ານ​ມາ, ມຽນມາ​ໄດ້​ຈັດພິທີ​ສວນສະໜາມ​ຢູ່​ນະຄອນຫຼວງ Nay Pyi Taw ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນ​ເອກະລາດ. ກ່າວ​ຄຳ​ເຫັນ​ທີ່​ພິທີ​, ທ່ານ​ປະທານາທິບໍດີ​ມຽນມາ U Thein Sein ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​​ເລື່ອງ​ຮັບປະກັນ​ຄວາມ​ສະຖຽນ​ລະ​ພາບ​ແລະ ພັດທະນາ​ເສດຖະກິດ​ສັງຄົມ ​ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ. ທ່ານ​ໄດ້​ຮຽກຮ​້ອງ​​ເພີ່ມ​ທະວີ​ບັນດາ​ຄວາມ​ມານະ​ພະຍາຍາມ​ແນ​ໃສ່​ບັນລຸ​ໄດ້​ສັນຕິ​ພາບ​ພາຍ​ໃນ​ປະ​ເທດ ​ເພື່ອ​ໃຫ້​ປະຊາຊົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ບັນດາ​ຜົນງານ​ຂອງ​ການ​ປະຕິ​ຮູບ; ພ້ອມ​ທັງ​ຮຽກຮ້ອງ​ກຳລັງ​ການ​ເມື​ອງຈົ່ງ​ພ້ອມ​ກັນ​ສາມັກຄີ​ເພື່ອນຳ​ວິວັດທະນາການ​ປະຕິ​ຮູບ​ຂຶ້ນ​ສູ່​ລະ​ດັບ​ໃໝ່ ​ແລ​ະ ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ. ທ່ານ​ກໍ່​ເນັ້ນ​ໜັກ​ເຖິງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເປັນ​ເຈົ້າ​ການ, ​ເອກະລາດ ​ແລະ ບໍ່​ຮ່ວມ​ກຸມ​ຂອງ​ມຽນມາ; ​ຮຽກ​ຮ້ອງ​ໃຫ້​ບັນດາ​ເຜົ່າ​ຈົ່ງສາມັກຄີ​ເພື່ອ​ຈຸດໝາຍ​ພັດທະນາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ