ມີແຂກທ່ອງທ່ຽວກວ່າ 4 ລ້ານເທື່ອຄົນມາທ່ອງທ່ຽວຢູ່ ບ່າເຣຍ - ວູງເຕົ່າ ໃນ 3 ເດືອນຕົ້ນປີ

(VOVWORLD) - ໃນໄລຍະ 3 ເດືອນຕົ້ນປີ 2024, ທ້ອງຖິ່ນນີ້ໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 4 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.
ມີແຂກທ່ອງທ່ຽວກວ່າ 4 ລ້ານເທື່ອຄົນມາທ່ອງທ່ຽວຢູ່ ບ່າເຣຍ - ວູງເຕົ່າ ໃນ 3 ເດືອນຕົ້ນປີ - ảnh 1

        ວັນທີ 04 ເມສາ, ພະແນກທ່ອງທ່ຽວແຂວງ ບ່າເຣີຍ - ວູງເຕົາ ໃຫ້ຮູ້ວ່າ, ໃນໄລຍະ 3 ເດືອນຕົ້ນປີ 2024, ທ້ອງຖິ່ນນີ້ໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 4 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຕາມນັ້ນແລ້ວ, ໃນຈຳນວນແຂກທ່ອງທ່ຽວ 4 ລ້ານເທື່ອຄົນນັ້ນ, ມີແຂກທ່ອງທ່ຽວພັກເຊົາຢູ່ບັນດາຮາກຖານທ່ອງທ່ຽວເກືອບ 1,4 ລ້ານເທື່ອຄົນ, ແຂກທ່ອງທ່ຽວສາກົນບັນລຸກວ່າ 49.500 ເທື່ອຄົນ. ຍອດລາຍຮັບຈາກແຂກທ່ອງທ່ຽວແມ່ນກວ່າ 4.300 ຕື້ດົ່ງ (172 ລ້ານ USD), ເພີ່ມຂຶ້ນເກືອບ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

        ເພື່ອແນໃສ່ເພີ່ມທະວີວຽກງານສົ່ງເສີມ, ໂຄສະນາພາບພົດ, ດຶງດູດແຂກທ່ອງທ່ຽວນັບແຕ່ນີ້ຮອດທ້າຍປີ, ຂະແໜງທ່ອງທ່ຽວແຂວງ ບ່າເຣຍ - ວູງເຕົ່າ ສືບຕໍ່ສົ່ງເສີມບັນດາທ້ອງຖິ່ນ, ວິສາຫະກິດສ້າງຜະລິດຕະພັນຄືນໃໝ່, ນຳບັນດາການເຄື່ອນໄຫວວັດທະນະທຳ, ກິລາເຂົ້າບັນດາເຫດການຂອງທ້ອງຖິ່ນ ແລະ ວິສາຫະກິດທ່ອງທ່ຽວ, ພິເສດແມ່ນໃນໂອກາດວັນທີ 30 ເມສາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ