ຢູ​ແກຼນ ປາດ​ຖະ​ໜາ​ວ່າ ອີ​ຢູ ຍູ້​ໄວ​ວິ​ວັດທະ​ນາ​ການ​ຮັບເຂົ້າ​ເປັນ​ສະ​ມາ​ຊິກ​ໃໝ່

(VOVWORLD) -ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ປາດຖະໜາວ່າ ສະຫະພາບເອີຣົບ (ອີຢູ) ຍູ້ໄວວິວັດທະນາການຮັບປະເທດນີ້ເຂົ້າເປັນສະມາຊິກຂອງ ອີຢູ.
ຢູ​ແກຼນ ປາດ​ຖະ​ໜາ​ວ່າ ອີ​ຢູ ຍູ້​ໄວ​ວິ​ວັດທະ​ນາ​ການ​ຮັບເຂົ້າ​ເປັນ​ສະ​ມາ​ຊິກ​ໃໝ່ - ảnh 1ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ແລະ  ທ່ານນາງປະທານຄະນະກຳມະການເອີຣົບ (EC) Ursula von der Leyen  (ພາບ: AFP/TTXVN)

ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ປາດຖະໜາວ່າ ສະຫະພາບເອີຣົບ (ອີຢູ) ຍູ້ໄວວິວັດທະນາການຮັບປະເທດນີ້ເຂົ້າເປັນສະມາຊິກຂອງ ອີຢູ. ຄຳຮຽກຮ້ອງຂອງທ່ານ Zelensky ໄດ້ຍົກອອກມາໃນກອງປະຊຸມພົບປະກັບທ່ານນາງປະທານຄະນະກຳມະການເອີຣົບ (EC) Ursula von der Leyen ຢູ່ນະຄອນຫຼວງ Kiev ຂອງ ຢູແກຼນ ໃນວັນທີ 9 ພຶດສະພາ.

        ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວພາຍຫຼັງການພົບປະ, ທ່ານປະທານາທິບໍດີ Zelensky ສະແດງຄວາມຫວັງວ່າ ກອງປະຊຸມສຸດຍອດ ອີຢູ ໃນເດືອນ ມິຖຸນາ ຈະມາເຖິງນີ້ ຈະບັນລຸໄດ້ບາດກ້າວທີ່ຕັ້ງໜ້າໃນການຕີລາຄາວິວັດທະນາການເຊື່ອມໂຍງເຂົ້າກັບພາກພື້ນຂອງ Kiev. ເນື່ອງໃນໂອກາດນີ້, ທ່ານ Zelensky ກໍຮຽກຮ້ອງໃຫ້ ອີຢູ ມີການ “ຕົກລົງຢ່າງແຮງ” ເພື່ອແນໃສ່ລົບລ້າງຂໍ້ຈຳກັດດ້ານການຄ້າ ເຊິ່ງບາງປະເທດບ້ານໃກ້ເຮືອນຄຽງ ຝ່າຍຕາເວັນຕົກຂອງ ຢູແກຼນ ພວມຈັດວາງສຳລັບປະເທດນີ້.

       

ຕອບກັບ

ຂ່າວ/ບົດ​ອື່ນ