ລົງນາມໃນບົດບັນທຶກກອງປະຊຸມລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມຫວຽດນາມ - ລາວ ຄັ້ງທີ 3

ລົງນາມໃນບົດບັນທຶກກອງປະຊຸມລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມຫວຽດນາມ - ລາວ ຄັ້ງທີ 3 - ảnh 1
ພິທີລົງ​ນາມ​ໃນ​ບົດ​ບັນທຶກ​ກອງ​ປະຊຸມ​ລັດຖະມົນຕີ​
ກະຊວງແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ຫວຽດນາມ - ລາວ
(ພາບ: cpv.org.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 01/07, ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ຫວຽດນາມ - ລາວ ຄັ້ງ​ທີ 3, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​​ແບ່ງປັນ​ຂໍ້​ມູນກ່ຽວ​ກັບບັນດາ​ກົດໝາຍ​ນະ​ໂຍບາຍ​ໃໝ່​ກ່ຽວ​ກັບ ສະຫວັດດີ​ການ​ສັງຄົມຂອງ​ຫວຽດນາມ - ລາວ; ປຶກສາ​ຫາລື​ກ່ຽວ​ກັບ​ເນື້ອ​ໃນ ​ແລະ ບັນດາ​ມາດ​ຕະການ​ປະຕິບັດ​ໃນ​ໄລຍະ​ຈະ​ມາ​ເຖິງ. 2 ຝ່າ​ຍ​ໄດ້ເປັນ​ເອກະ​ພາບ​ນຳ​ກັນ ຜັນ​ຂະຫຍາຍ​ສັນຍາ​ຮ່ວມ​ມື​ແຮງ​ງານ​ລະຫວ່າງ 2 ລັດຖະບານ​ຫວຽດນາມ ​ແລະ ລາວ ​​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​​ໃນກອງ​ປະຊຸມ​ຄັ້ງ​ນີ້ຢ່າງ​ມີ​ປະສິດທິ​ຜົນ. ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ​ແລະ ລັດຖະມົນຕີ​ກະຊວງ​ແຮງ​ງານ ​ແລະ ສະຫວັດ​ດີກາ​ນສັງຄົມ​ລາວ ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ ກອງ​ປະຊຸມ​ລັດຖະມົນຕີ​ກະຊວງແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ຫວຽດນາມ - ລາວ ຄັ້ງ​ທີ 3. 2 ຝ່າຍ​ໄດ້​ເຫັນ​ດີ​ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທີ 4 ຢູ່​ລາວ ​ໃນ​ປີ 2015. ທ່ານ​ນາງ ຟ້າ​ມທິຫາ​ຍ​ຈ່ວຽນ, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງ​ຄົມ​ຫວຽດນາມ ​ໃຫ້​ຮູ້​ວ່າ.

        “2 ຝ່າຍ​ສືບ​ຕໍ່​ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ​ອະນຸ​ກຳ​ມະ​ການ​ຫວຽດນາມ - ລາວ ​ແລະ ບັນດາ​ກະຊວງ​ທີ່​ກ່ຽວຂ້ອງຢ່າງ​ແໜ້ນ​ແຟ້ນ ​ເພື່ອຜັນ​ຂະຫຍາຍ​ສັນຍາ​ຮ່ວມ​ມື; ສືບ​ຕໍ່​ສົມທົບ​ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ບັນດາ​ຂະ​ແໜງ​ທີ່​ກ່ຽວຂ້ອງ​ເພື່ອ​ປະຕິບັດການ​ຄົ້ນ​ຫາ, ​​ເຕົ້າໂຮມອັດ​ຖິນັກຮົບ​ທີ່ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ​ແລກປ່ຽນບົດຮຽນ​ລະຫວ່າງ​ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ຂອງ 2 ກະຊວງ ກ່ຽວ​ກັບ​ການ​ສ້າງ​ກົດໝາຍ, ນະ​ໂຍບາຍ ​ແລະ ບັນດາ​ຮູບ​ແບບ​ກ່ຽວ​ກັບຄົນ​ງານວຽກ​ເຮັດ​ງານ​ທຳ ​ແລະ ນະ​ໂຍບາຍ​ເງິນ​ເດືອນ ກໍ່​ຄືບັນດາ​ນະ​ໂຍບາຍ​​ລະອຽດໃນ​ຂົງ​ເຂດ​ເຊິ່ງຫວຽດນາມ ຮັບຜິດຊອບ, ​​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແຕ່ລະ​ຝ່າຍ​​ເປັນ​ເສນາ​ທິການວາງແຜນນະ​ໂຍບາຍ​ຂອງ​ຕົນ.”

ຂ່າວ/ບົດ​ອື່ນ