ລົງມືກໍ່ສ້າງສະຖານີຖ່າຍທອດກະຈາຍສຽງ ຕອນໃຕ້ພາກກາງ

(VOVWORLD) - ຕອນເຊົ້າວັນທີ 13 ຕຸລາ, ທີ່ຕາແສງ ເຟືອກຢິງ, ເມືອງ ທ້ວນນາມ, ແຂວງ ນິງທ້ວນ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ແລະ ຄະນະກຳມະການປະຊາຊົນແຂວງ ນິງທ້ວນ ໄດ້ດຳເນີນພິທີລົງມືກໍ່ສ້າງໂຄງການສະຖານີຖ່າຍທອດກະຈາຍສຽງຕອນໃຕ້ພາກກາງ. 
ລົງມືກໍ່ສ້າງສະຖານີຖ່າຍທອດກະຈາຍສຽງ ຕອນໃຕ້ພາກກາງ - ảnh 1 ພິທີລົງມືກໍ່ສ້າງສະຖານີຖ່າຍທອດກະຈາຍສຽງ ຕອນໃຕ້ພາກກາງ

  ນີ້ແມ່ນສະຖານນີຖ່າຍທອດກະຈາຍສຽງໃຫຍ່ຂອງປະເທດຊາດ, ສາມາດປົກຄຸມຄື້ນໃນເຂດທະເລຕາເວັນອອກ ແລະ ບັນດາແຂວງແຄມທະເລພາກກາງ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນເທ໊ກີ໋, ຜູ້ອຳນວຍການໃຫຍ່ VOV  ໃຫ້ຮູ້ວ່າ:

        “ພວມເຮົາຢາກສະແດງໃຫ້ເຫັນອະທິປະໄຕປະເທດຊາດຢູ່ທະເລນັ້ນ ແມ່ນບໍ່ພຽງແຕ່ດ້ວຍບັນດາກຳລັງທະຫານເຮືອ, ທະຫານປ້ອງກັນຊາຍແດນ, ຕຳຫລວດທະເລ ຫຼື ການເຄື່ອນໄຫວຂອງພໍ່ແມ່ປະຊາຊົນຊາວປະມົງ ໄປຫາປາຢູ່ທະເລ ສົບທົບກັບການປົກປັກຮັກສາປະເທດຊາດເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນອະທິປະໄຕກ່ຽວກັບຂໍ້ມູນຂ່າວສານອີກດ້ວຍ. ນີ້ແມ່ນສຽງຂອງ ຫວຽດນາມ ຕ້ອງປົກຄຸມໄປທົ່ວເຂດທີ່ມີອະທິປະໄຕຂອງ ຫວຽດນາມ ຢູ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ.

ຕອບກັບ

ຂ່າວ/ບົດ​ອື່ນ