ລັດຖະທຳມະນູນສະບັບ ປັບປຸງ ໄດ້ຮັບການ ສະໜັບສະໜູນຈາກ ປະຊາຊົນ

ລັດຖະທຳມະນູນສະບັບ ປັບປຸງ ໄດ້ຮັບການ ສະໜັບສະໜູນຈາກ ປະຊາຊົນ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 31/12, ສະ​ຖາ​ບັນ​ຄົ້ນ​ຄ້ວາ​ນິຕິ​ບັດ​ຍັດຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ “ບັນດາ​ເນື້ອ​ໃນ​ພື້ນຖານ​ຂອງ​ລັດຖະທຳ​ມະນູນ​ປະ​ເທດ ສສ ຫວຽດນາມ (ສະບັບ​ປັບປຸງ) 2013”.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ຟານ​ຈູງ​ລິ໋, ປະທານ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ, ຫົວໜ້າ​ຄະນະ​ຮຽບຮຽງ​ລັດຖະທຳ​ມະນູນ​ປີ 1992 (ສະບັບ​ປັບປຸງ), ​ເນັ້ນ​ໜັກ​ວ່າ ດ້ວຍ​ຈິດ​ໃຈ​ຮັບ​ຟັງ, ​ເຂົ້າ​ໃຈ, ຮັບ​ຮູ້, ຄັດ​ເລືອກ​ຈາກ​ບັນດາ​ການ​ປະກອບ​ຄຳ​ເຫັນຂອງ​ປະຊາຊົນ, ບັນດາ​ອົງການມີໜ້າ​ທີ່​ທີ່​ຮັບຜິດຊອບ ​ແລະ ສະມາຊິກ​ສະພາ​ແຫ່ງ​ຊາດ​ຫຼາ​ຍທ່ານ ​ໄດ້​ເຮັດ​ວຽກ​ຢ່າງ​ສຸດ​ຈິດ​ສຸດ​ໃຈ ​ເພື່ອ​ໃຫ້ລັດຖະທຳ​ມະນູນ​ສະບັບ​ປັບ​ປຸງ ​ໄດ້​ຮັບ​ການ​ຮັບຮອງ​ເອົາ ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງສູງ. ລັດຖະທຳ​ມະນູນ​ໄດ້​ສ່ອງ​ແສງ​ເຈດ​ຕະນາ​ດີ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົ​ນ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

        ​ບົດ​ປະກອບ​ຄຳ​ເຫັນຫຼາຍ​ບົດ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ຊີ້​ແຈ້ງບັນດາ​ເນື້ອ​ໃນ​ເຊິ່ງ​ແມ່ນ​ເນື້ອ​ໃນ​ໃໝ່​ໃນ​ລັດຖະທຳ​ທະນູ​ນສະບັບ​ປັບປຸງ, ຮັບປະກັນ​ລັກສະນະ​ສືບ​ທອດ​ຂອງ​ລັດຖະທຳ​ມະນູນ​ສະບັບ​ກ່ອນ​ໆນີ້.

ຂ່າວ/ບົດ​ອື່ນ