ລັດຖະທຳມະນູນສະບັບປັບປຸງແມ່ນຖືກກັບແນວຄິດຂອງພັກ,ຈິດໃຈຂອງປະຊາຊົນ

ລັດຖະທຳມະນູນສະບັບປັບປຸງແມ່ນຖືກກັບແນວຄິດຂອງພັກ,ຈິດໃຈຂອງປະຊາຊົນ - ảnh 1
ສສຊ ກົດປຸ່ມລົງຄະແນນສຽງຮັບຮອງເອົາຮ່າງລັດຖະທຳມະນູນ
photo:internet


(vovworld)- ດ້ວຍ​ບັດ​​ເຫັນ​ດີ 97,59% ຈາກ ສສຊ, ຕອນ​ເຊົ້າ​ວັນ​ທີ 28/11, ສະພາ​ແຫ່ງ​ຊາດ ຫວຽດນາມ​ ຊຸດ​ທີ 13 ​ໄດ້​ຮັບຮອງ​ເອົາ​ລັດຖະທຳ​ມະນູນ ສະບັບ​ປັບປຸງຢ່າງ​ເປັນ​ທາງ​ການ. ກ່າວ​ຄຳ​ເຫັນ​ທີ່​ສະພາ​ແຫ່ງ​ຊາດ, ທ່ານ  ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊີງ​ຮຸ່ງ ຢືນຢັນ​ວ່າ:

        “​ເລື່ອງ​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ແມ່ນ​ເຫດການ​ປະຫວັດສາດ, ​ເປີດ​ໄລຍະ​ໃຫມ່​ແຫ່ງ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ລັດຖະທຳ​ມະນູນ​ສະບັບ​ນີ້​ແມ່ນ​ໝາກຜົນ​ຂອງ​ວິວັດ​ການ​ເຮັດ​ວຽກຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ ສສຊ,​ ຂອງ​ຜູ​້ມີ​ສິດ​ເລືອກ​ຕັ້ງ​​ໃນ​ທົ່ວ​ປະ​ເທດ, ບັນດາ​ຫົວຫນ່ວຍ, ທຸກ​ຂັ້ນ ​ແລະ ຂະ​ແຫນ​ງການຕ່າງໆ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ທັງ​ລະບົບ​ການ​ເມືອງ. ລັດຖະທຳ​ມະນູນ​ສະບັບ​ປັບປຸງ ດ້ວຍ​ຈິດ​ໃຈ​ປ່ຽນ​ໃຫມ່ ​​​​ແມ່ນ​ຖືກ​ກັບ​​ແນວ​ຄິດຂອງ​ພັກ, ຈິດ​ໃຈ​ຂອງ​ປະຊາຊົນ.”

ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ຍັງ​ມີ​ຄວາມ​ເຫັນແຕກ​ຕ່າງ​ກັນ​, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ​ໃຫ້​ຮູ້​ວ່າ: ສະພາ​ແຫ່ງ​ຊາດ​ມີ​ຄວາມ​ເຄົາລົບ ​ແລະ ຮັບ​ຮູ້. ຕາມ​ມະຕິ​ທີ່ກຳນົດ​ການ​ປະຕິບັດ​ລັດຖະທຳ​ມະນູນ​ຊື່​ງ​​ໄດ້​ຮັບ​ການ​ຮັບຮອງ​ເອົາ​ໃນ​ຕອນ​ເຊົ້າ​ວັນ​ທີ 28/11, ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ຖືກ​ປະກາດ​ຢ່າງ​ຊ້າ​ສຸດ​ແມ່ນ 15 ວັນ ນັບ​ແຕ່​ເມື່ອ​ໄດ້​ຮັບ​ການ​ຮັບຮອງ​ເອົາ ​ແລະ ມີ​ຜົນ​ບັງຄັບ​ໃຊ້​ນັບແຕ່​ວັນ​ທີ 1/1/2014 ​ເປັນ​ຕົ້ນ​ໄປ.

ສສຊ ຕີ​ລາຄາ​ສູງຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ

​   ພາຍຫຼັງ​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ສສຊ ຫຼາຍ​ທ່ານ ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ​ໃຫ້​ຂໍ້​ສັງ​ເກດ​ວ່າ, ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ​ໄດ​້ຮັບ​ເອົາ​ຄຳ​ເຫັນ​ທັງ​ໝົດ​ຂອງ ສສຊ ບົນ​ຈິດ​ໃຈ​ເຂົ້າອົກ​ເຂົ້າ​ໃຈ, ຮັບ​ຟ​ັງ ​ແລະ ​ເກ​ັບກຳບັນດາ​ຍອດຍິ່ງດ້ານ​ພູມ​ປັນຍາຂອງ​ທົ່ວ​ທັງ​ຊາດ. ທ່ານ​ນາງ​ເຈືອງ​ທິມາຍ, ປະທານ​ກຳມາ​ທິການບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ​ຖື​ວ່າ: ນີ້​ແມ່ນ​ໝາກຜົນ​ແຫ່ງ​ຄວາມ​ມານະ​ພະຍາຍາມ​ຂອງ​ລະບົບ​ການ​ເມືອງ​ດ້ວຍ​ຈິດ​ໃຈ​ຮັບຜິດຊອບ​ສູງ​ຂອງ​ບັນດາ ສສຊ ​ແລະ ຄະນະ​ຮຽບຮຽງ​ລັດຖະທຳ​ມະນູ​ນ. ທ່ານ​ນາງ​ເຈືອງ​ທິມາຍ ​ເນັ້ນໜັກ​ວ່າ:

   “ຂ້າພະ​ເຈົ້າຄິດ​ວ່າ​, ການ​ປັບປຸງ​ຄັ້ງນີ້​ໄດ້​ຍົກ​ລະດັບ​ທັດສະນະ​ຂອງ​ລັດຖະທຳ​ມະນູນ​ຕໍ່​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ສິດທິ​ມະນຸດ, ສິດ​ພົນລະ​ເມືອງ, ຕະຫຼອດ​ຮອດ​ບັນຫາ​ຂຶ້ນ​ກັບ​ຂົງ​ເຂດ​ສັງຄົມ​ຄື: ບັນ​ຫາ​ຊີວິດ​ສັງຄົມ, ການ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ສຸຂະພາບ​ຂອງ ປຊຊ, ບັນຫາ​ຮ່ຳຮຽນ, ບັນຫາ​ນະ​ໂຍບາຍ​ໃຫ້​ຜູ້​ມີ​ຄຸນງາມຄວາມ​ດີ, ຜູ້​ອາຍຸ​ສູງ, ຜູ້​ປະສົບ​ກັບ​ຄວາມ​ຫຍູ້ງຍາກ…“.

   ສສຊ ຫຼາຍ​ທ່ານ​ໃຫ້​ຂໍ້​ສັງ​ເກດ​ວ່າ: ຮ່າງ​ລັດຖະທຳ​ມະນູນມີ​ຫຼາຍ​ຈຸດ​ໃໝ່​ທັງ​ດ້ານ​ເນື້ອ​ໃນ ​ແລະ ​ທັກ​ສະການ​ສ້າງລັດຖະທຳ​ມະນູນ: ສະ​ແດງ​ຢ່າງ​ຈະ​ແຈ້ງ ​ແລະ ຄົບ​ຖ້ວນ​ທາດ​ແທ້​ປະຊາທິປະ​ໄຕ, ຄວາມ​ກ້າວໜ້າ​ຂອງ​ລັດ ​ແລະ ລະບອບ​ໃນ​ໄລຍະ​ຂ້າມ​ຜ່ານ​ຂຶ້ນ​ສູ່​ສັງຄົມ​ນິຍົມ; ກຳນົດກ່ຽວ​ກັບ​ລະບອບ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ, ວິທະຍາສາດ ​ແລະ ສິ່ງ​ແວດ​ລ້ອ​ມ, ສິດທິ​ມະນຸດ....​ຢ່າງ​ຈະ​ແຈ້ງ, ຖືກຕ້ອງ ​ແລະ ຄົບ​ຖ້ວນ. ທ່ານ​ເຈິ່ນຫງອກ​ວິ​ງ, ສສຊ ນະຄອນ​ຫາຍ​ຟ່ອງ ​ເວົ້າວ່າ:

   “ຄະນະ​ຮຽບຮຽງ​ໄດ້​ຮັບ​ຟັງ​, ຄັດ​ເລືອກ​ຄຳ​ເຫັນ​ຂອງ ສສຊ ຢ່າງ​ຄົບ​ຖ້ວນ​ເພື່ອ​ນຳ​ເຂົ້າລັດຖະທຳ​ມະນູນ​ສະບັບ​ໃໝ່​ນີ້. ນີ້​ແມ່ນ​ລັດຖະທຳ​ມະນູນ​ບັນຈຸ​ສິ່ງ​ຍອດ​ຍິ່ງ, ຄັດ​ເລືອກ​ຄຳ​ເຫັນ​ທີ່​ດີ ​ແລະ ​ແມ່ນ​ເອກ​ກະສາ​ນຕົ້ນຕໍ​ເພື່ອ​ປັບປຸງ​ກົດໝາຍ​ອື່ນໆ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ການ​ໃໝ່​ໃນ​ປະຈຸ​ບັນ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ພັດທະນາ​ເສດຖະກິດ“.

ຂ່າວ/ບົດ​ອື່ນ