ລັດຖະບານ ລາວ ສະເໜີສະພາແຫ່ງຊາດຫຼຸດຄາດໝາຍເຕີບໂຕ GDP ໃນປີ 2020

(VOVWORLD) -ລັດຖະບານ ລາວ ຫາກໍ່ສະເໜີສະພາແຫ່ງຊາດ ຫຼຸດຄາດໝາຍເຕີບໂຕ GDP ປີ 2020ໃນສະພາບການເສດຖະກິດປະສົບກັບຄວາມຫຍຸ້ງຍາກຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19.
ລັດຖະບານ ລາວ ສະເໜີສະພາແຫ່ງຊາດຫຼຸດຄາດໝາຍເຕີບໂຕ GDP ໃນປີ 2020 - ảnh 1ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ (ພາບ: TTXVN) 

ກ່າວຄຳເຫັນທີ່ກອງປະຊຸມສະໃໝສະມັນເທືອທີ 9, ສະພາແຫ່ງຊາດ ລາວ ຊຸດທີ VIII, ເຊິ່ງໄດ້ໄຂໃນວັນທີ 24 ມິຖຸນາ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ສະເໜີໃຫ້ສະພາແຫ່ງຊາດຫຼຸດຄາດໝາຍເຕີບໂຕ GDP ໃນປີ 2020 ແຕ່ 6,5% ລົງ 3,3-3,6% ໃນສະພາບການໂລກລະບາດໂຄວິດ-19ພວມມີການຜັນແປສັບສົນໃນທົ່ວໂລກ. ທ່ານ ທອງລຸນ ສີສຸລິດ ກໍ່ສະເໜີສະພາແຫ່ງຊາດໃຫ້ສັດຕະຍາບັນຫຼຸດຄາດໝາຍລາຍຮັບ ແລະ ລາຍຈ່າຍງົບປະມານ, ແຕ່ລະດັບ 3 ຕື້ USD ແລະ ເກືອບ 4 ຕື້ USD ລົງໃຫ້ຢູ່ລະຫວ່າງ 2,5 ຕື້ USD ແລະ 3,6 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ