ລັດຖະບານ ຫວຽດນາມ ບໍ່ແຊກແຊງເຂົ້າເລື່ອງປັບລາຄາຜະລິດຕະພັນ ທໍ່ເຫຼັກກ້າຈອດກາກບອນ ທີ່ສົ່ງອອກໄປຍັງ ການາດາ

(VOVWORLD) -     ການາດາ ຫາກໍອອກຂໍ້ສະຫຼຸບທີ່ວ່າ ລັດຖະບານ ຫວຽດນາມ ບໍ່ແຊກແຊງເຂົ້າເລື່ອງປັບລາຄາຂອງຜະລິດຕະພັນ ທໍ່ເຫຼັກກ້າຈອດກາກບອນ ທີ່ສົ່ງອອກໄປຍັງ ການາດາ.

  ກ່ອນໜ້ານັ້ນ, ວັນທີ 31 ມັງກອນ ປີ 2019, ອົງການປ້ອງກັນຊາຍແດນ ການາດາ (CBSA) ໄດ້ແຈ້ງໃຫ້ຊາບຂໍ້ສະຫຼຸບສຸດທ້າຍໃນການກວດກາການຂາຍບຸບລາຄາສໍາລັບຜະລິດຕະພັນ ທໍ່ເຫຼັກກ້າຈອດກາກບອນ ຈໍານວນໜຶ່ງ ທີ່ນໍາເຂົ້າຈາກ ຫວຽດນາມ. ຕາມຄວາມຮຽກຮ້ອງ ແລະ ການກ່າວຫາຂອງຝ່າຍໂຈດ, ໃນວິວັດການສືບສວນ, ອົງການ CBSA ໄດ້ພິຈາລະນາເລື່ອງ ຂະແໜງຜະລິດ ທໍ່ເຫຼັກກ້າຈອດກາກບອນ ຂອງຫວຽດນາມ ມີການເຄື່ອນໄຫວຕາມຫຼັກການຕ່າງໆຂອງພື້ນຖານເສດຖະກິດການຕະຫຼາດຫຼືບໍ. ທາງກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງ, ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ສະໜອງຂໍ້ມູນຂ່່າວໃຫ້ຄົບຖ້ວນ, ທັນການ ແລະ ຮ່ວມມືກັບອົງການ CBSA ຢ່າງຕັ້ງໜ້າ ໃນວິວັດການກວດກາ ແລະ ພິຈາລະນາຢູ່ກັບບ່ອນ. ບົນພື້ນຖານບັນດາຂໍ້ມູນຂ່າວທີ່ເກັບກໍາໄດ້ ແລະ ສືບສວນ, ອົງການ CBSA ສະຫຼຸບວ່າ ບໍ່ມີພະຍານຫຼັກຖານຢ່າງ ພຽງພໍ ເພື່ອກໍານົດວ່າ ລັດຖະບານຫວຽດນາມ ແຊກແຊງເຂົ້າເລື່ອງປັບລາຄາຂາຍຢູ່ພາຍໃນປະເທດຂອງຂະແໜງຜະລິດ ທໍ່ເຫຼັກກ້າຈອດກາກບອນ. 

ຕອບກັບ

ຂ່າວ/ບົດ​ອື່ນ