ລັດຖະບານຈະຍື່ນສະເໜີຕໍ່ສະພາແຫ່ງຊາດແຜນຜັງສັງລວມແຫ່ງຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050

(VOVWORLD) - ຕາມແຜນຜັງແລ້ວ, ຫວຽດນາມ ສູ້ຊົນຮອດປີ 2030, ຫວຽດນາມ ກາຍເປັນປະເທດພວມພັດທະນາມີພື້ນຖານອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ; ຮູບແບບການຈັດຕັ້ງຂົງເຂດພັດທະນາແຫ່ງຊາດມີປະສິດທິຜົນ
ລັດຖະບານຈະຍື່ນສະເໜີຕໍ່ສະພາແຫ່ງຊາດແຜນຜັງສັງລວມແຫ່ງຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050 - ảnh 1ພາບປະກອບ

ທ່ານ ເລວັນແທັ່ງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ເຊັນມະຕິເລກທີ 138/NQ-CP ວ່າດ້ວຍແຜນຜັງສັງລວມແຫ່ງຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050. ແຜນຜັງນີ້ລັດຖະບານໄດ້ອະນຸມັດຜ່ານແລ້ວເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຕັດສິນ.

        ຕາມແຜນຜັງແລ້ວ, ຫວຽດນາມ ສູ້ຊົນຮອດປີ 2030, ຫວຽດນາມ ກາຍເປັນປະເທດພວມພັດທະນາມີພື້ນຖານອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ; ຮູບແບບການຈັດຕັ້ງຂົງເຂດພັດທະນາແຫ່ງຊາດມີປະສິດທິຜົນ, ເປັນເອກະພາບ, ຍືນຍົງ; ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຄວາມໝັ້ນຄົງແຫຼ່ງນ້ຳ; ສະພາບແວດລ້ອມຊີວະພາບໄດ້ຮັບປະກັນ, ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນໄດ້ຍົກສູງຂຶ້ນ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບປະກັນ… ສູ້ຊົນໃຫ້ລະດັບການເຕີບໂຕລວນຍອດຜະລິດຕະພັນພາຍໃນ (GDP) ໃນທົ່ວປະເທດສະເລ່ຍໃຫ້ບັນລຸໄດ້ປະມານ 7,0%/ປິ ໃນໄລຍະ 2021 – 2030.

        ວິໄສທັດຮອດປີ 2050, ຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ສັງຄົມຍຸຕິທຳ, ປະຊາທິປະໄຕ, ສີວິໄລ. ລະບົບໂຄງປະກອບພື້ນຖານໂຄງລ່າງຄົບຊຸດ, ທັນສະໄໝ. ລະບົບຕົວເມືອງອັດສະລິຍະ, ທັນສະໄໝ, ເຕັມໄປດ້ວຍສີສັນ, ສີຂຽວ. ຮັກສາສີສັນວັດທະນະທຳ. ໄລຍະ 2031 – 2050, ສູ້ຊົນໃຫ້ລະດັບການເຕີບໂຕ GDP ບັນລຸປະມານ 6,5-7,5%/ປີ. ອັດຕາການຫັນເປັນຕົວເມືອງຮອດປີ 2050 ໃຫ້ບັນລຸ 70 – 75%.

ຕອບກັບ

ຂ່າວ/ບົດ​ອື່ນ