ລັດຖະບານປຶກສາຫາລືກ່ຽວກັບແຜນຮ່າງປຽນໃໝ່ການສຶກສາ ແລະ ບຳລຸງສ້າງ

ລັດຖະບານປຶກສາຫາລືກ່ຽວກັບແຜນຮ່າງປຽນໃໝ່ການສຶກສາ ແລະ ບຳລຸງສ້າງ - ảnh 1
ວາລະ​ປະຊຸມ​ປະຈຳ​ເດືອນ ກໍລະກົດ 2013
(ພາບ: chinhphu.vn)


(vovworld) - ​ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ປະຈຳ​ເດືອນກໍລະກົດ, ວັນ​ທີ 31/07, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ, ລັດຖະບານ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ແຜ​ນຮ່າງ “ປ່ຽນ​ໃໝ່​ການ​ສຶກສາ ​ແລະ ບຳລຸງ​ສ້າງໂດຍ​ພື້ນຖານ, ຮອບດ້ານ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການຫັນ​ເປັນ​ອຸດສາຫະກຳ, ທັນ​ສະ​ໄໝ ​ໃນ​ເງື່ອນ​ໄຂ​ເສດຖະກິດ​ການ​ຕະຫຼາດ​ຕາມ​ກຳນົດທິດ​ສັງຄົມນິຍົມ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ”.

        ບັນດາ​ສະມາຊິກ​ລັດຖະບານ​ໄດ້​ສຸມ​ໃສ່​ປຶກສາ​ຫາລື, ປ​ະກອບ​ຄຳ​ເຫັນ​​ເຂົ້າ​ບັນດາ​ເນື້ອ​ໃນ​ໃຫຍ່ຂອງ​ແຜນ​ຮ່າງ​ທີ່ກ່ຽວ​ຂ້ອງ​ເຖິງການ​ຍົກ​ສູງ​ຜະລິດ​ທິຜົນ​ການ​ລົງທຶນ​ເພື່ອ​ພັດທະນາ​ການ​ສຶກສາ, ປ່ຽນ​ໃໝ່​ຮູບ​ແບບ​ໂດຍ​ພື້ນຖານ ​ແລະ ວິທີ​ການ​ກວດກາ, ການສອບເສັງ ​ແລະ ຕີ​ລາຄາ​ຄຸນ​ນະພາ​ບການ​ສຶກສາ.... ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຖື​ວ່າ ຜົນງານທຸກ​ຢ່າງທີ່​ບັນລຸ​ໄດ້​ຂອງ​ປະ​ເທດ​ຊາດ​ລ້ວນ​ແຕ່​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ສຶກສາ​ບຳລຸງ​ສ້າງ. ​ແຕ່​ວ່າ, ​ເມື່ອ​ທຽບ​ໃສ່​ຄວາມ​ຮຽກຮ້ອງ​ທີ່​ວາງ​ອອກ, ຈຳເປັນ​ຕ້ອງ​ມີ​ການ​ປ່ຽນ​ໃໝ່ການ​ສຶກສາ ບຳລຸງ​ສ້າງ​ໂດຍ​ພື້ນຖານ ແລະ ຮອບດ້ານ​​ ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກຮ້ອງ​ຫັນ​ປະ​ເທດ​ຊາດ​ເປັນ​ປະເທດອຸດສາຫະກຳ ​ແລະ ທັນ​ສະ​ໄໝ.
ຂ່າວ/ບົດ​ອື່ນ