ລັດຖະມົນຕີ 4 ທ່ານຈະຕອບຄຳຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມ ຊຸດທີ 14

(VOVWORLD) -ຕອນເຊົ້າວັນທີ 28 ພຶດສະພາ, ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ ຫງວຽນແຫ້ງຟຸກ ໃຫ້ຮູ້ວ່າ, ພາຍຫຼັງລວບລວມຄຳເຫັນຈາກບັດຂໍຄວາມເຫັນຈາກບັນດາສະມາຊິກສະພາແຫ່ງຊາດ ໄດ້ຄັດເລືອກເອົາ 4 ກຸ່ມບັນຫາເພື່ອຊັກຖາມ ແລະ ຕອບຄຳຊັກຖາມ ທີ່ກອງປະຊຸມເທື່ອທີ 5 (ເຊິ່ງຄາດວ່າຈະດຳເນີນໃນລະຫວ່າງວັນທີ 04 – 06 ມິຖຸນາ).
ລັດຖະມົນຕີ 4 ທ່ານຈະຕອບຄຳຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 - ảnh 1 (ລັດຖະມົນຕີ 4 ທ່ານຈະຕອບຄຳຊັກຖາມ)

ນັ້ນແມ່ນກຸ່ມບັນດາບັນຫາທີ່ກ່ຽວຂ້ອງເຖິງບັນດາຂະແໜງການຄື: ຄົມມະນາຄົມຂົນສົ່ງ, ຊັບພະຍາກອນສິ່ງແວດລ້ອມ, ການສຶກສາ ແລະ ບຳລຸງສ້າງ, ແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ. ລັດຖະມົນຕີ 4 ທ່ານຈະຕອບຄຳຊັກຖາມແມ່ນ: ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ຫງວຽນວັນເທີ; ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຈີ່ນຮົ່ງຮ່າ; ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຟຸງຊວນຢ້າ ແລະ ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວຫງອກຢຸງ.

      ໃນວາລະຊັກຖາມ ແລະ ຕອບຄຳຊັກຖາມ, ນາຍົກລັດຖະມົນຕີ ແລະ ລັດຖະມົນຕີບັນດາກະຊວງທີ່ກ່ຽວຂ້ອງ, ການນຳບັນດາທ້ອງຖິ່ນທີ່ກ່ຽວຂ້ອງບາງທ່ານ ຈະພ້ອມກັນເຂົ້າຮ່ວມການອະພິປາຍບັນດາບັນຫາທີ່ກ່ຽວຂ້ອງ ເຊິ່ງສະມາຊິກສະພາແຫ່ງຊາດໄດ້ວາງອອກ. ຕາມປົກກະຕິແລ້ວ, ທີ່ກອງປະຊຸມສະພາແຫ່ງຊາດກາງປີ, ທ່ານນາຍົກລັດຖະມົນຕີ ເຄີຍມອບສິດໃຫ້ຮອງນາຍົກລັດຖະມົນຕີທ່ານໜຶ່ງຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ