ລັດ​ຖ​ະ​ມົນ​ຕີ AL: ກອງປະຊຸມດ່ວນກ່ຽວກັບຂໍ້ຕົກລົງຂອງອາເມລິກາຍົກຍ້າຍສະຖານທູດໄປຕັ້ງຢູ່ Jerusalem

(VOVWORLD) -ວັນທີ 17 ພຶດສະພາ, ລັດຖະມົນຕີການຕ່າງປະເທດຂຶ້ນກັບສະຫະພັນອາຣັບ (AL) ໄດ້ດຳເນີນກອງປະຊຸມດ່ວນຢູ່ນະຄອນຫຼວງກາຍໂຣ, ປະເທດອີຢິບ ເພື່ອແນໃສ່ປຶກສາຫາລືກ່ຽວກັບບັນດາການຜັນແປຫຼ້າສຸດຢູ່ປາແລັດສະຕິນ ພາຍຫຼັງທີ່ອາເມລິກາ ຍົກຍ້າຍສະຖານທູດປະຈຳອິດສະຣາແອນ ໄປຕັ້ງຢູ່ Jerusalem.

ລັດ​ຖ​ະ​ມົນ​ຕີ AL: ກອງປະຊຸມດ່ວນກ່ຽວກັບຂໍ້ຕົກລົງຂອງອາເມລິກາຍົກຍ້າຍສະຖານທູດໄປຕັ້ງຢູ່ Jerusalem - ảnh 1ລັດຖະມົນຕີການຕ່າງປະເທດບັນດາປະເທດອາຣັບ

ຈັດກອງປະຊຸມດ່ວນກ່ຽວກັບຂໍ້ຕົກລົງຂອງອາເມລິກາຍົກຍ້າຍສະຖານທູດໄປຕັ້ງຢູ່ Jerusalem

(ພາບ: THX/TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດຊະອຸດີ ອາຣາເບຍ Adel al Jubeir, ເປັນປະທານກອງປະຊຸມໃຫ້ຮູ້ວ່າ, ຂໍ້ຕົກລົງຂອງອາເມລິກາ ກ່ຽວກັບການຍົກຍ້າຍສະຖານທູດຈາກ Tel Aviv ໄປຕັ້ງຢູ່ Jerusalem ແມ່ນຖືເບົາລັກສະນະຖືກຕ້ອງຕາມກົດໝາຍສາກົນ ແລະ ບໍ່ສົນໃຈເຖິງສິດຂອງປະຊາຊົນປາແລັດສະຕິນ. ທ່ານລັດຖະມົນຕີການຕ່າງປະເທດ Adel al Jubeir ກໍ່ເນັ້ນໜັກວ່າ ຊະອຸດີອາຣາເບຍ ຄັດຄ້ານຂໍ້ຕົກລົງດັ່ງກ່າວຂອງອາເມລິກາ ກ່ຽວກັບ Jerusalem ແລະ Riyadh ຍາມໃດກໍ່ຈະໜູນຊ່ວຍປະຊາຊົນປາແລັດສະຕິນ ຈົນຮອດເວລາໃດປາແລັດສະຕິນ ສ້າງຕັ້ງລັດເອກະລາດໄດ້ ດ້ວຍນະຄອນຫຼວງແມ່ນ Jerusalem ຕາເວັນອອກ.

      ກໍ່ທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດປາແລັດສະຕິນ Riyadh al Maliki ສະເໜີໃຫ້ບັນດາປະເທດອາຣັບ ຮຽກຕົວເອກອັກຄະລັດຖະທູດຂອງເຂົາເຈົ້າປະຈຳອາເມລິກາ ແນໃສ່ໂຕ້ຕອບເລື່ອງວໍຊິງເຕັນ ຍົກຍ້າຍສະຖານທູດປະຈຳອິດສະຣາແອນ ໄປຕັ້ງຢູ່ Jerusalem.

ຕອບກັບ

ຂ່າວ/ບົດ​ອື່ນ