ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ເຈ​ລະ​ຈາ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສິງ​ກະ​ໂປ

(VOVWORLD) -ຈີນ ພ້ອມແລ້ວທີ່ຈະເຮັດວຽກກັບບັນດາປະເທດ ອາຊຽມ, ໃນນັ້ນມີສິງກະໂປ ເພື່ອກະກຽມໃຫ້ແກ່ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ອາຊຽນ - ຈີນ ແລະ ຍົກລະດັບການພົວພັນນີ້.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ເຈ​ລະ​ຈາ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສິງ​ກະ​ໂປ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວາງອີ ເຈລະຈາ ກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ Vivian Balakrishnan (ພາບ: MFA/ straitstimes.com)

ວັນທີ 13 ກັນຍາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວາງອີ ໄດ້ມີການເຈລະຈາ ກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ Vivian Balakrishnan. ນີ້ແມ່ນການເຈລະຈາທີ່ນອນໃນຂອບເຂດການຢ້ຽມຢາມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ໃນລະຫວ່າງວັນທີ 10 – 13 ກັນຍາ ຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ. ນະທີ່ນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວາງອີ ຖືວ່າ ສອງຝ່າຍຕ້ອງຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງຢ່າງມີໄຫວພິບ, ເພີ່ມທະວີການປ້ອງກັນ, ຕ້ານ ແລະ ຮ່ວມມືກັນໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19, ຊຸກຍູ້ການສ້າງ “ໜຶ່ງແລວທາງ, ໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ, ເສີມຂະຫຍາຍບົດບາດຂອງ “ຊ່ອງທາງທະເລ - ດິນຕໍ່ແຜ່ນໃໝ່”, ຕິດພັນກັບກົນໄກລ້ານຊ້າງ - ແມ່ນ້ຳຂອງ, ຈຸດສຸມແມ່ນຂຸດຄົ້ນກຳລັງຄວາມສາມາດໃນການຮ່ວມມືໃນຂົງເຂດການຄ້າເອເລັກໂຕນິກ, ປັນຍາປະດິດ, ຖານຂໍ້ມູນໃຫຍ່ ແລະ ບັນດາຂົງເຂດຕ່າງໆເພື່ອພັດທະນາການພົວພັນລະຫວ່າງສອງປະເທດ. ຈີນ ພ້ອມແລ້ວທີ່ຈະເຮັດວຽກກັບບັນດາປະເທດ ອາຊຽມ, ໃນນັ້ນມີສິງກະໂປ ເພື່ອກະກຽມໃຫ້ແກ່ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ອາຊຽນ - ຈີນ ແລະ ຍົກລະດັບການພົວພັນນີ້.

ສ່ວນທ່ານລັດຖະມົນຕີການຕ່າງປະເທດ ສິງກະໂປ ໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະຮ່ວມມືກັບຈີນ ຢ່າງເລິກເຊິ່ງກ້ວາງຂວາງ ໃນບັນດາຂົງເຂດປ້ອງກັນ, ຕ້ານໂລກລະບາດໂຄວິດ, ການຄ້າ, ການລົງທຶນ, ເສດຖະກິດດີຈີຕອນ... ສິງກະໂປສະໜັບສະໜູນເລື່ອງຍູ້ແຮງການປຶກສາຫາລືກ່ຽວກັບ “ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ” (COC), ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ແລະ ຢືດໝັ້ນນຳໃຊ້ກົນໄກຫຼາຍຝ່າຍເພື່ອແກ້ໄຂບັນດາບັນຫາ ແລະ ສິ່ງທ້າທາຍໃໝ່, ພ້ອມທັງຊຸກຍູ້ການພັດທະນາຢ່າງມີຄວາມສະເໝີພາບ ແລະ ຍືນຍົງຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ