ລັດຖະມົນຕີກະຊວງຕຳຫຼວດໂຕເລີມຕ້ອນຮັບຫົວໜ້າອົງການJICAປະຈຳຫວຽດນາມ

ລັດຖະມົນຕີກະຊວງຕຳຫຼວດໂຕເລີມຕ້ອນຮັບຫົວໜ້າອົງການJICAປະຈຳຫວຽດນາມ - ảnh 1
(ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ຕ​ຳ​ຫຼວດ​ໂຕ​ເລີ​ມ​
ຕ້ອນ​ຮັບ​ຫົວ​ໜ້າ​ອົງ​ການJICAປະ​ຈ​ຳ​ຫວຽດ​ນາມ)

(vovworld) - ທີ່​ການ​ຕ້ອນ​ຮັບ​ທ່ານ Yasuo Fujita, ຫົວ​ໜ້າ​ອົງ​ການ​ຮ່ວມ​ມື​ສາ​ກົນ​ຍີ່​ປຸ່ນ (JICA) ປະ​ຈ​ຳ​ຫວຽດ​ນາມ, ໃນ​ຕອນ​ບ່າຍ​ວັນ​ທີ 16/06, ຢູ່​ຮ່າ​ໂນ້ຍ, ພ​ົນ​ໂທ ໂຕ​ເລີມ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳ​ຫຼວດ​ເນັ້ນ​ໜັກວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ຕຳ​ຫຼວດ​ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ຊູກຍ​ູ້​ການ​ພົວ​ພັນ​ກັບ JICA ກວ່າ​ອີກ; ຢືນ​ຢັນ​ວ່າ, ກະ​ຊວງ​ຕຳ​ຫຼວດ​ຫວຽດ​ນາມ ຈະ​ສືບ​ຕໍ່​​ຕັ້ງ​ໜ​້າສົມ​ທົບ​ກັບ​ຫ້ອງ​ການ JICA ປະ​ຈຳ​ຫວຽດ​ນາມ ​​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ 2 ຝ່າຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ຫ້ອງ​ການ JICA ປະ​ຈຳ​ຫວຽດ​ນາມ. ພ​ົນ​ໂທ ໂຕ​ເລີມ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ, ໃນ​ຖ​າ​ນະ​ເປັນ​ຫົວ​ໜ້າ​ຫ້ອງ​ການ JICA ປະ​ຈຳ​ຫວຽດ​ນາມ, ທ່ານ Yasuo Fujita ຈະ​ສືບ​ຕໍ່​ຊຸກຍ​ູ້​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ​ກະ​ຊວງ​ຕຳ​ຫຼວ​ດ​ຫວຽດ​ນາມ ແລະ JICA.

        ສ່ວນ​ທ່ານ Yasuo Fujita, ຢືນ​ຢັນ​ວ່າ, ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ກະ​ຊວງ​​ຕຳຫຼວດ​ຫວຽດ​ນາມ ກັບ JICA ຢ່າງ​ຕັ້ງ​ໜ້າ ແລະ ມີ​ປະ​ສິ​ດ​ທິ​ຜົນ, ປະ​ກອບ​ສ່ວນ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ 2 ປະ​ເທດ​ຫວຽດ​ນາມ - ຍີ່​ປຸ່ນ.

ຂ່າວ/ບົດ​ອື່ນ