ລັດຖະມົນຕີກະຊວງປ້ອງກັນປະເທດ ຟຸ່ງກວາງແທງ ຕ້ອນຮັບເອກອັກຄະລັດຖະທູດນິວຊີແລນ

ລັດຖະມົນຕີກະຊວງປ້ອງກັນປະເທດ ຟຸ່ງກວາງແທງ ຕ້ອນຮັບເອກອັກຄະລັດຖະທູດນິວຊີແລນ - ảnh 1
ພົນ​ເອກ ຟຸ່ງກວາງ​ແທງ
(ພາບປະກອບ)

(vovworld) -     ທີ່​ການ​ຕ້ອນຮັບ​ເມື່ອ​ຕອນ​ບ່າຍ​ວັນ​ທີ 06/03, ຢູ່​ຮ່າ​ໂນ້ຍ, ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ​​ວິສາມັນຜູ້​ມີ​ອຳນາດ​ເຕັມ​ແຫ່ງ ນິວຊີ​ແລນ ປະຈຳ​ຫວຽດນາມ Maike Manning ​ໄດ້​ເຫັນ​ດີນຳກັນ​ວ່າ​ ໃນ​​ໄລຍະ​ຈະ​ມາ​ເຖິງ 2 ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ ​​ໄປມາ​ຮໍ່າຮຽນ​ເອົາ​ບົດຮຽນ​ເຊິ່ງກັນ ​ແລະ ກັນ, ​ໂດຍ​ສະ​ເພາະ​ແມ່ນ​ຄະນະ​ພະນັກງານ​ຂັ້ນ​ສູງ​ຂອງ, ​ເຫຼົ່າ​ທັບຕ່າງໆລະຫວ່າງ​ກອງທັບ 2 ປະ​ເທດ; ​ແລກປ່ຽນ​​ແບ່ງປັນບົດຮຽນ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຢູ່​ສະຫະ​ປະຊາ​ຊາດ... ພົນ​ເອກ ຟຸ່ງກວາງ​ແທງ ຫວັງ​ວ່າ ​ໃນ​ໄລຍະ​ປະຕິບັດ​ງານ​ຢູ່​ຫວຽດນາມ, ທ່ານ Maike Manning ຈະ​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ອັນ​ດີງາມລະຫວ່າງ 2 ປະ​ເທດ ​ແລະ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ທະຫານ, ປ້ອງ​ກັນຊາ​ດລະຫວ່າງ ຫວຽດນາມ - ນິວຊີ​ແລນ ຢ່າງຮອບ​ດ້ານ. ພົນ​ເອກ ຟຸ່ງກວາງ​ແທງ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ​​ວິສາມັນຜູ້​ມີ​ອຳນາດ​ເຕັມ​ແຫ່ງ ນິວຊີ​ແລນ ປະຈຳ​ຫວຽດນາມ ກໍ​ແລກປ່ຽນ​ກ່ຽວ​ກັບ​ແຜນການ, ຢ້ຽມຢາມ, ​ເຮັດ​ວຽກ​ຂອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ​ຢູ່ ນິວຢີ​ແລນໃນ​ໄລຍະ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ