ລັດຖະມົນຕີກະຊວງປ້ອງກັນປະເທດ ຟຸ່ງກວາງແທງ ຕ້ອນຮັບເອກອັກຄະລັດຖະທູດອີນເດຍ

ລັດຖະມົນຕີກະຊວງປ້ອງກັນປະເທດ ຟຸ່ງກວາງແທງ ຕ້ອນຮັບເອກອັກຄະລັດຖະທູດອີນເດຍ - ảnh 1
ພົນ​ເອກ ຟຸ່ງກວາງ​ແທງ ຕ້ອນຮັບ​
ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສ.ອີນ​ເດຍ
(ພາບ: qdnd.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 22/07, ທີ່​ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສອີນ​ເດຍ ປະຈຳ​ຫວຽດນາມ Ranjit Rae, ​ເຂົ້າ​ຢ​້ຽມອຳ​ລາ​ເນື່ອງ​ໃນ​​ໂອກາດ​ສິນ​ສຸດ​ໜ້າ​ທີ່​ປະຕິບັດ​ງານ​ຢູ່​ຫວຽດນາມ, ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະ​ຊວງ​ປ້ອງກັນ​ປະ​ເທດ​ຫວຽ​ດນາມ ​ໄດ້​ຕີ​ລາຄາ​ສູງ​​ການ​ປະກອບສ່ວນ​ຕ່າງໆຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ Ranjit Rae ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ອີນ​ເດຍ ​ໃນ​ຫຼາຍ​ຂົງ​ເຂດ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ປ້ອງ​ກັນຊາດ. ພົນ​ເອກ ຟຸ່ງກວາງ​ແທງ ປາດ​ຖະໜາ​ວ່າ ​ໃນ​ຖານະ​ຕຳ​ແໜ່​ງ​ໃໝ່​ຂອງ​ຕົນ, ​ທ່ານ​ເອກ​ອັກຄະ​ລັດຖະທູດ Ranjit Rae ຈະ​ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອີນ​ເດຍ ໃນ​ໄລຍະ​ຈະ​ມາ​ເຖິງກວ່າ​ອີກ.

ຂ່າວ/ບົດ​ອື່ນ