ລັດຖະມົນຕີກະຊວງປ້ອງກັນປະເທດ ຟຸ່ງກວາງແທງ ສິ້ນສຸດການຢ້ຽມຢາມ ສ.ໂປໂລຍ

ລັດຖະມົນຕີກະຊວງປ້ອງກັນປະເທດ ຟຸ່ງກວາງແທງ ສິ້ນສຸດການຢ້ຽມຢາມ ສ.ໂປໂລຍ - ảnh 1
ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ ຢ້ຽມຢາມ​​ສ.​ໂປ​ໂລ​ຍ
(ພາບ: qdnd.vn)


(vovworld) - ​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ Tomasz Siemoniak, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດສ.​ໂປ​ໂລ​ຍ, ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ຫວຽດນາມ ​ໂດຍ​ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ, ນຳ​ໜ້າ​​ຫາ​ກໍ່ໄປ​ຢ້ຽມຢາມ​ມິດຕະພາບ​ສ.​ໂປ​ໂລ​ຍ ຢ່າງ​ເປັນ​ທາງການ​ແຕ່​ວັນ​ທີ 11 – 14/08. ທີ່​ການ​ພົບ​ປະລະ​ຫວ່າງ​ລັດຖະມົນຕີ 2 ທ່ານ, ທ່ານ​ລັດຖະມົນຕີ ຟຸ່ງກວາງ​ແທງ ຖື​ວ່າ 2 ປະ​ເທດ​ຕ້ອງ​ສືບ​ຕໍ່​​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ, ​ເຊິ່ງລວມມີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ສ້າງ​ຕັ້ງ​ກົນ​ໄກ​ການ​ເຈລະຈາ​ນະ​ໂຍບາຍ​ ປ້ອງ​ກັນຊາ​ດຂັ້ນ​ຮອງ​ລັດຖະມົນຕີ, ການຮ່ວມ​ມື​ບຳລຸງ​ສ້າງ​... ທ່ານ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ Tomasz Siemoniak ສະໜັບສະ​ໜູນ​ທັດສະນະ​ຂອງ​ຫວຽດນາມ ​ໃນ​ການ​ແກ້​ໄຂ​ການພິ​ພາດ​ດ້ວຍ​ສັນວິ​ວິທີ ຜ່ານ​ກົດໝາຍ​ສາກົນ; ຊົມ​ເຊີຍ​ຫວຽດນາມ ອອກ​ຖະ​ແຫຼ​ງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ. ກ່ຽວ​ກັບ​ການພົວພັນ 2 ຝ່າຍ, ທ່ານ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ Tomasz Siemoniak ຢືນຢັນ​ວ່າ ​ໂປ​ໂລ​ຍ ພ້ອມ​​ແລ້ວ​ຈະ​ເປັນ​ຂົວ​ເຊື່ອມ​ຕໍ່ລະຫວ່າງ​ຫວຽດນາມ ​ກັບ​ເອີ​ລົບ ​ແລະ​ຖື​ວ່າ ​ການ​ເພີ່ມ​ທະວີການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ ຈະ​ປະກອບສ່ວນ​​ຊຸກຍູ້​ການ​ພົວພັນລະຫວ່າງ 2 ປະ​ເທດ.
ຂ່າວ/ບົດ​ອື່ນ