ລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນເຫັນດີເຫັນພ້ອມກ່ຽວກັບຄວາມໝັ້ນຄົງແບບຍືນຍົງ

(VOVWORLD) -ຕອນເຊົ້າວັນທີ 11 ກໍລະກົດ, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 13 ໄດ້ດຳເນີນໄປຢູ່ ບາງກອກປະເທດ ໄທ. ທີ່ກອງປະຊຸມ ບັນດາທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ລ້ວນແຕ່ສະແດງຄວາມເຫັນດີເຫັນພ້ອມກ່ຽວກັບ ພາກພື້ນ ອາຊຽນ ຍືນຍົງ ແລະ ໝັ້ນຄົງ. 
ລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນເຫັນດີເຫັນພ້ອມກ່ຽວກັບຄວາມໝັ້ນຄົງແບບຍືນຍົງ - ảnh 1ບັນດາທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ 

ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ ໂດຍທ່ານ ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳຫນ້າ.

ດ້ວຍຫົວຂໍ້ “ຄວາມໝັ້ນຄົງແບບຍືນຍົງ”, ລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບຕໍ່ຄວາມຮັບຮູ້ລວມກ່ຽວກັບການປ່ຽນແປງຢ່າງວ່ອງໄວຂອງສະພາບແວດລ້ອມຄວາມໝັ້ນຄົງຂອງພາກພື້ນ, ຜົນກະທົບຂອງການເຊື່ອມໂຍງ ແລະ ການເຊື່ອມຕໍ່ພາກພື້ນ ນັບມື້ນັບເພີ່ມຂຶ້ນ ໄດ້ກໍ່ໃຫ້ເກີດບັນດາໄພນາບຂູ່ເຖິງອາດຊະຍາກຳແບບໃຫມ່.

ໃນບົດກ່າວປາໄສທີ່ກອງປະຊຸມ,   ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວນລິກ ເນັ້ນຫນັກວ່າ:  (ADMM) ຄັ້ງທີ 13 ດຳເນີນໄປໃນສະພາບການການເມືອງ ຄວາມໝັ້ນຄົງຂອງໂລກ ແລະ ພາກພື້ນ ພວມຜັນແປໄປຢ່າງສັບສົນ ແລະ ວ່ອງໄວ.  ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຖືວ່າ ອາຊຽນ ຄວນເພີ່ມທະວີຄວາມສາມັກຄີ, ເສີມຂະຫຍາຍລັກສະນະເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຖືບົດບາດໃຈກາງ, ເຈົ້າພາທາງ ເປັນສຳຄັນ ໃນບັນດາກົນໄກຮ່ວມມືພາກພື້ນ ພິເສດ ຕ້ອງດຸ່ນດ່ຽງຍຸດທະສາດໃຫ້ໄດ້ ເຮັດ ຄືແນວນັ້ນ ຈຶ່ງຮັບປະກັນຄວາມໝັ້ນຄົງຢູ່ ພາກພື້ນໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ