ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ຫວຽດ​ນາມ ຫງວຽນ​ກິມ​ເຊີນ ເຂົ້າ​ຮ່ວມກອ​ງະ​ຊຸມ​ສຸດຍອດ​ການ​ສຶກ​ສາ​ຢູ່ ອາ​ເມ​ລິ​ກາ

(VOVWORLD) - ວິທີການ, ເນື້ອໃນການສິດສອນ ອາດຈະປ່ຽນແປງ, ແຕ່ສິ່ງສຳຄັນແມ່ນຕ້ອງຊ່ວຍໃຫ້ນັກຮຽນກຳນົດທິດຕົນເອງ, ສ້າງພື້ນຖານຢ່າງໝັ້ນແກ່ນດ້ວຍຄຸນຄ່າພື້ນຖານໃນຕະຫຼອດຊີວິດ.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ຫວຽດ​ນາມ ຫງວຽນ​ກິມ​ເຊີນ ເຂົ້າ​ຮ່ວມກອ​ງະ​ຊຸມ​ສຸດຍອດ​ການ​ສຶກ​ສາ​ຢູ່ ອາ​ເມ​ລິ​ກາ - ảnh 1ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ

ວັນທີ 19 ກັນຍາ, ຢູ່ສຳນັກງານ ສປຊ ຢູ່ ນິວຢອກ, ປະເທດ ອາເມລິກາ, ໄດ້ດຳເນີນກອງປະຊຸມສຸດຍອດຫັນປ່ຽນການສຶກສາ. ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫງວຽນກິມເຊີນ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ກ່າວຄຳຫັນທີ່ກອງປະຊຸມດ້ວຍຫົວຂໍ້ “ຫັນເປັນການສຶກສາ ເພື່ອຫັນປ່ຽນໂລກ: ຮ່ຳຮຽນເພື່ອຮ່ວມດຳລົງຊີວິດຢ່າງໝັ້ນຄົງ”, ທ່ານ ລັດຖະມົນຕີ ຫງວຽນກິມເຊີນ ເນັ້ນໜັກວ່າ ໃນໄລຍະຟື້ນຟູພາຍຫຼັງ 2 ປີເກີດພະຍາດໂຄວິດ - 19, ການສຶກສາຕ້ອງເສີມຂະຫຍາຍພາລະກຳຂອງຕົນ ເພື່ອປະກອບຄວາມຮູ້ ແລະ ທັກສະ ໃຫ້ແກ່ພົນລະເມືອງໃນປັດຈຸບັນ ແລະ ອະນາຄົດ ຜ່ານຜ່າສິ່ງທ້າທາຍ ເຊິ່ງໂລກ ຕ້ອງປະເຊີນໜ້າ, ຜ່ານນັ້ນກໍ່ປະກອບສ່ວນປະຕິບັດສຳເລັດທຸກເປົ້າໝາຍພັດທະນາແບບຍືນຍົງ (SDG) ທີ່ໄດ້ວາງອອກ. ໂດຍປະກອບສ່ວນເຂົ້າໃນການປຶກສາຫາລືກ່ຽວກັບວິທີການຫັນປ່ຽນການສຶກສາແບບຍືນຍົງ, ທ່ານລັດຖະມົນຕີເນັ້ນໜັກວ່າ ຈຳເປັນຕ້ອງຮັບປະກັນຄວາມສະເໝີພາບໃນການສຳຜັດກັບການສຶກສາ ແລະ ຄຸນນະພາບການສຶກສາ, ການເຊື່ອມຕົວ ແລະ ຄວາມຍຸຕິທຳຢູ່ທຸກຊັ້ນຮຽນ ໃນໄລຍະຈະມາເຖິງ. ວິທີການ, ເນື້ອໃນການສິດສອນ ອາດຈະປ່ຽນແປງ, ແຕ່ສິ່ງສຳຄັນແມ່ນຕ້ອງຊ່ວຍໃຫ້ນັກຮຽນກຳນົດທິດຕົນເອງ, ສ້າງພື້ນຖານຢ່າງໝັ້ນແກ່ນດ້ວຍຄຸນຄ່າພື້ນຖານໃນຕະຫຼອດຊີວິດ.

ຢູ່ນອກກອງປະຊຸມ, ທ່ານລັດຖະມົນຕີ ຫງວຽນກິມເຊີນ ໄດ້ມີການພົບປະເຮັດວຽກກັບທ່ານ Miguel Cardona, ລັດຖະມົນຕີກະຊວງການສຶກສາ ອາເມລິກາ, ຜູ້ຕາງໜ້າ ທະນາຄານໂລກ (WB) ເພື່ອແລກປ່ຽນບັນດາມາດຕະການເພີ່ມທະວີການຮ່ວມມື ແລະ ການລົງທຶນໃຫ້ແກ່ການສຶກສາໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ