ລັດຖະມົນຕີການຕ່າງປະເທດ ລັດເຊຍ ແລະ ອາເມລິກາ ໂອ້ລົມທາງໂທລະສັບກ່ຽວກັບບັນຫານິວເຄຼຍ ອີຣານ, ສປປ ເກົາຫຼີ

(VOVWORLD) - ເຕເຮຣານ ໄດ້ປະຕິບັດທຸກພັນທະເຊິ່ງໄດ້ກຳນົດໄວ້ໃນ JCPOA, ດັ່ງນັ້ນ, ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງເຄົາລົບຂໍ້ຕົກລົງນີ້. 
 


ວັນທີ 12 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ອາເມລິກາ Rex Tillerson ເພື່ອປຶກສາຫາລືກ່ຽວກັບບັນຫານິວເຄຼຍຂອງ ອີຣານ ແລະ ສປປ ເກົາຫຼີ. ຕາມຖະແຫຼງການຂອງກະຊວງການຕ່າງປະເທດ ລັດເຊຍ ແລ້ວ, 2 ຝ່າຍໄດ້ປຶກສາຫາລືສະພາບການທີ່ກ່ຽວຂ້ອງເຖິງແຜນການເຄື່ອນໄຫວລວມຮອບດ້ານ (JCPOA) ທີ່ກ່ຽວຂ້ອງເຖິງແຜນການນິວເຄຼຍຂອງ ອີຣານ. ທ່ານ Lavrov ເນັ້ນໜັກວ່າ: ເຕເຮຣານ ໄດ້ປະຕິບັດທຸກພັນທະເຊິ່ງໄດ້ກຳນົດໄວ້ໃນ JCPOA, ດັ່ງນັ້ນ, ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງເຄົາລົບຂໍ້ຕົກລົງນີ້. ແລະກໍ່ທີ່ການໂອ້ລົມສົນທະນານີ້, ລັດຖະມົນຕີການຕ່າງປະເທດ 2 ທ່ານ ໄດ້ປຶກສາຫາລືສະພາບການໃນແຫຼມ ເກົາຫຼີ. ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ສືບຕໍ່ກະຕຸກຊຸກຍູ້ບັນດາຝ່າຍ ຫຼິກລ້ຽງສະພາບການເພີ່ມຄວາມເຄັ່ງຕຶງ, ສ້າງປະຖົມປັດໄຈໃຫ້ແກ່ວຽກງານເຈລະຈາດ້ານການເມືອງ.


ຕອບກັບ

ຂ່າວ/ບົດ​ອື່ນ