ລັດຖະມົນຕີການຕ່າງປະເທດ ອົດສະຕາລີ ຕີລາຄາສູງຕໍ່ສາຍພົວພັນໄມຕີຈິດ ແລະ ເລິກເຊິ່ງກັບ ຫວຽດນາມ

(VOVWORLD) - ວັນທີ 21 ສິງຫາ, ລັດຖະມົນຕີການຕ່າງປະເທດ ອົດສະຕຣາລີ ທ່ານ ນາງ Penny Wong ໄດ້ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ເຊິ່ງຈະແກ່ຍາວເຖິງວັນທີ 24 ສິງຫາ. ນີ້ແມ່ນການມາຢ້ຽມຢາມ ຫວຽດນາມ ເປັນຄັ້ງທີສອງຂອງ ທ່ານນາງ Penny Wong ໃນຖານະຕຳແໜ່ງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ.
ລັດຖະມົນຕີການຕ່າງປະເທດ  ອົດສະຕາລີ ຕີລາຄາສູງຕໍ່ສາຍພົວພັນໄມຕີຈິດ ແລະ ເລິກເຊິ່ງກັບ ຫວຽດນາມ - ảnh 1ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ  Penny Wong ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ (ພາບ: VOV)

ລັດຖະມົນຕີການຕ່າງປະເທດ ທ່ານ ນາງ Penny Wong ໃຫ້ຮູ້ວ່າ: ອົດສະຕາລີ ກຳລັງຍູ້ແຮງສາຍພົວພັນກັບບັນດາປະເທດພາກພື້ນອາຊີຕາເວັນອອກສຽງໃຕ້, ໃນນັ້ນ ຫວຽດນາມ ແມ່ນໜື່ງໃນບັນດາປະເທດທີ່ ອົດສະຕາລີ ໃຫ້ຄວາມສຳຄັນ. ລັດຖະມົນຕີການຕ່າງປະເທດ ທ່ານ ນາງ Penny Wong ເນັ້ນໜັກ, ອົດສະຕາລີ ແລະ ຫວຽດນາມ “ມີການແບ່ງປັນຄຳໝັ້ນສັນຍາວ່າດ້ວຍ ພາກພື້ນທີ່ເປີດເຜີຍ, ມີສະຖຽນລະພາບ ແລະ ວັດທະນາຖາວອນ, ເປັນພາກພື້ນໜື່ງຊື່ງອະທິປະໄຕໄດ້ຮັບການເຄົາລົບ, ເປັນບ່ອນທີ່ພວກເຮົາສາມາດປົກປ້ອງບັນດາຂໍ້ກຳນົດທີ່ບັນດາປະເທດໄດ້ເປັນເອກະສັນ ແລະ ເປັນພື້ນຖານໃຫ້ຄວາມສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນໃນຫຼາຍສິບປີທີ່ຜ່ານມາ. ”

ເມື່ອຕີລາຄາກ່ຽວກັບແງ່ຫວັງຂອງສາຍພົວພັນລະຫວ່າງ ຫວຽດນາມ ແລະ ອົດສະຕາລີ, ລັດຖະມົນຕີການຕ່າງປະເທດ ທ່ານ ນາງ Penny Wong ຢືນຢັນ “ສາຍພົວພັນລະຫວ່າງສອງປະເທດຈະມີການພັດທະນາຢ່າງເຂັ້ມແຂງຍິ່ງຂື້ນໃນໄລຍະຕໍ່ໄປ. ການທີ່ສອງປະເທດປະກາດ ມີຄວາມປາດຖະໜາຢາກຍົກລະດັບສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄດ້ເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງມາດປາດຖະໜາລວມຂອງສອງຝ່າຍໃນການເຮັດໃຫ້ການພົວພັນດ້ານເສດຖະກິດ, ບັນດາບັນຫາໃນພາກພື້ນ ແລະ ຍຸດທະສາດມີຄວາມເລິກເຊິ່ງຍິ່ງຂື້ນ, ໃນນັ້ນລວມທັງສິ່ງທ້າທາຍລວມ ນັ້ນຄືການປ່ຽນແປງຂອງດິນຟ້າອາກາດ”

ຕອບກັບ

ຂ່າວ/ບົດ​ອື່ນ