ລັດຖະມົນຕີການຕ່າງປະເທດຫວຽດນາມ ຕ້ອນຮັບລັດຖະມົນຕີປະຈຳສຳນັກງານປະທານາທິບໍດີ ໂດມີນີກາ

ລັດຖະມົນຕີການຕ່າງປະເທດຫວຽດນາມ ຕ້ອນຮັບລັດຖະມົນຕີປະຈຳສຳນັກງານປະທານາທິບໍດີ ໂດມີນີກາ - ảnh 1
ທ່ານລັດຖະມົນຕີ​ກາ​ນຕ່າງປະ​ເທດຫວຽດນາມ Pham Binh Minh
ຕ້ອນຮັບ​ທ່ານລັດຖະມົນຕີ​ປະຈຳສຳນັກງານ​ປະທາ​ນາ​ທິບໍດີ ​ສ.ໂດ​ມີ​ນີກາ
( ພາບ: vietnamplus.vn )


( vovworld ) -   ວັນ​ທີ 5/7, ຢູ່​ສູນ​ກອງ​ປະ​ຊຸ​ມ​ແຫ່ງ​ຊາດ​ຫວຽດນາມ, ທ່ານລັດຖະມົນຕີ​ກາ​ນຕ່າງປະ​ເທດຫວຽດນາມ Pham Binh Minh ​ໄດ້​ໃຫ້ການຕ້ອນຮັບ​ທ່ານລັດຖະມົນຕີ​ປະຈຳສຳນັກງານ​ປະທາ​ນາ​ທິບໍດີ ​ສ.ໂດ​ມີ​ນີກາ Miguel Mejia ຢູ່​ນອກ​ໄວ​ທີ​ປາ​ໄສ​ຫວຽດນາມ - ອາ​ເມ​ລິ​ກາ​ລາຕີ​ນກ່ຽວ​ກັບ​ການ​ຄ້າ ​ແລະ ການ​ລົງທຶນ ( 5 - 7/7/2012 ). ທ່ີ​ການ​ຕ້ອນຮັບ, ທ່ານລັດຖະມົນຕີ​ກາ​ນຕ່າງປະ​ເທດ Pham Binh Minh ​ໄດ້​ຕີ​ລາຄາ​ສູງ​ເລື່ອງ​ທ່ານ​ລັດຖະມົນຕີ Miguel Mejia ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ລັດຖະບານ ສ.​ໂດ​ມີ​ນີກາ ​ມາ​ຫວຽດນາມ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ຫວຽດນາມ - ອາ​ເມ​ລິ​ການ​ລາຕີ​ນ ກ່ຽວ​ກັບ​ການ​ຄ້າ ​ແລະ ການ​ລົງທຶນ ​ແລະ ມີ​ການ​ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ເວທີ​ປາ​ໄສ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Pham Binh Minh ​ໄດ້​ຢືນຢັນ​ວ່າ ຍາ​ມ​ໃດ​ຫວຽດນາມ ກໍ​ຖື​ເປັນ​ສຳຄັນ​ໃນ​ການ​ເພີ່ມ​ທະວີ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ກັບ ສ.​ໂດ​ມີ​ນີກາ, ປາດ​ຖະໜາ​ວ່າ ສອງ​ຝ່າຍ​ຈະ​ເພີ່ມ​ທະວີ​ການ​ພົບ​ປະ​​ຂັ້ນຕ່າງໆ, ​ລົງ​ນາມ​ໃນ​ບັນດາ​ຂໍ້​ຕົກລົງ​ເພື່ອ​ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ - ການ​ຄ້າ ​ໃຫ້​​ແທດເໝາະ​​ກັບ​ຄວາມ​ສາມາດ​ບົມຊ້ອນ​ຂອງ​ສອງ​ປະ​ເທດ, ສະ​ເໜີ​ໃຫ້ ສ.​ໂດ​ມີ​ນີກາ ຮັບ​ຮູ້​ຂໍ້​ກຳນົດ​ດ້ານ​ເສດຖະກິດ​ການຕະຫຼາດ​ຂອງ​ຫວຽ​ດນາມ ​ໂດຍ​ໄວ. ທ່ານ Miguel Mejia ​ໄດ້​ຢືນຢັນ​ວ່າ ສ.​ໂດ​ມີ​ນີກາ ຈະ​ເອົາ​ໃຈ​ໃສ່​ພິ​ຈາລະຈາ​ເລື່ອງ​ຮັບ​ຮູ້ຂໍ້​ກຳນົດ​ເສດຖະກິດການຕະຫຼາດ​ຂອງຫວຽດນາມ ​ແລະ ປາດ​ຖະໜາ​ວ່າ ຫວຽດນາມ ຈະຍູ້​ແຮງ​ການ​ລົງທຶນ​ເຂົ້າ​​ຕະຫຼາດ​ໂດ​ມີ​ນີກາ.

ຂ່າວ/ບົດ​ອື່ນ